ການປະກວດແມ່ນໂອກາດເພື່ອໃຫ້ປະຊາຊົນ, ພະນັກງານ, ອະດີດທະຫານ,  ນັກສິລະປີນ, ນັກສຶກສາ, ນັກຮຽນສອງປະເທດຫວນຄືນ, ເລົ່າຄືນ, ຂຽນບັນດາຄວາມຊົງຈໍາ, ເລື່ອງລາວສະເທືອນໃຈ, ສູງສົ່ງ, ໜ້າຈົດຈຳ, ໜ້າເອກອ້າງທະນົງໃຈກ່ຽວກັບນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

leftcenterrightdel
ທ່ານ ຟານແອງເຊີນ, ຮອງປະທານ, ເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ຕາມກະຕິກາການປະກວດ, ຜູ້ເຂົ້າຮ່ວມແມ່ນບັນດາບຸກຄົນ, ໝູ່ຄະນະນັກຊ່ຽວຊານ, ພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດ, ອົງການ, ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ່ວຍ, ວິສາຫະກິດ, ນັກສິລະປີນ, ນັກສຶກສາຕ່າງປະເທດ, ນັກສຶກສາ, ນັກທ່ອງທ່ຽວ… ຫວຽດນາມ ທີ່ເຄີຍເຮັດວຽກ, ສຶກສາ, ໄປທ່ອງທ່ຽວຢູ່ລາວ ຫຼື ມີສາຍພົວພັນ, ເຮັດວຽກກັບເພື່ອນລາວ; ອົງການຈັດຕັ້ງ, ພົນລະເມືອງ, ພະນັກງານ, ນັກສຶກສາຕ່າງປະເທດ, ນັກສຶກສາ... ລາວ ທີ່ໄດ້ເຮັດວຽກ, ສຶກສາ, ໄປທ່ອງທ່ຽວຢູ່ຫວຽດນາມ ຫຼື ມີການພົວພັນ ແລະ ເຮັດວຽກກັບຊາວຫວຽດນາມ.

ບົດປະພັນທີ່ເຂົ້າຮ່ວມການປະກວດແມ່ນບັນດາບົດຂຽນ, ຄລິບວີດີໂອ, ເອົາດີໂອ ກ່ຽວກັບເລື່ອງລາວທີ່ກ່ຽວຂ້ອງເຖິງຂອງທີ່ລະນຶກຂອງຕົນ. ຂອງທີ່ລະນຶກເຫຼົ່ານັ້ນແມ່ນບັນດາວັດຖຸພັນຂອງບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງບຸກຄົນ, ໝູ່ຄະນະ, ໜ່ວຍງານ ແລະທ້ອງຖິ່ນຂອງສອງປະເທດຫວຽດນາມ ແລະລາວ. ວັດຖຸພັນຕ້ອງຮັກສາໄວ້ຢ່າງໜ້ອຍສຸດແມ່ນ 5 ປີ (ແຕ່ປີ 2017). ຄະນະຈັດຕັ້ງຮັບບົດເຂົ້າຮ່ວມການປະກວດແຕ່ວັນທີ 9 ພຶດສະພາ 2022 ເຖິງວັນທີ 31 ສິງຫາ 2022.

ໂດຍ: ທະນາພອນ