ຕາມສື່ມວນຊົນລາວ, ທາງດ່ວນມີລວງຍາວ 80 ກີໂລເມັດ ທີ່ກ່າວມາຂ້າງເທິງຈະກໍ່ສ້າງຕ່າມຮູບການ BOT ແລະນອນໃນໄລຍະທີ 4 ຂອງທາງດ່ວນຂະໜາດໃຫຍ່ກວ່າທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບແຂວງຫົວພັນ, ພາກເໜືອລາວ. ຄາດຄະເນ, ການກໍ່ສ້າງທາງດ່ວນຕອນເຊື່ອມຕໍ່ແຂວງຫົວພັນ ກັບຫວຽດນາມ ຈະສໍາເລັດພາຍໃນເວລາ 4 ປີ.

leftcenterrightdel
ພາບປະກອບຈາກ ສໍານັກຂ່າວສານຫວຽດນາມ.

ນອກຈາກພັດທະນາທາງດ່ວນທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບແຂວງຫົວພັນ, ລາວ ກໍ່ພວມສົ່ງເສີມຫຼາຍໂຄງການທາງດ່ວນອື່ນໆ, ໃນນັ້ນມີທາງດ່ວນທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບນະຄອນປາກເຊ, ແຂວງຈໍາປາສັກ, ພາກໃຕ້ລາວ. ທາງດ່ວນນີ້ຄາດຄະເນຈະຍາວປະມານ 617 ກີໂລເມັດ ແລະຫາກໍ່ສໍາເລັດການຄົ້ນຄວ້າຄວາມສາມາດເປັນໄປໄດ້.

ຄຽງຂ້າງນັ້ນ, ລາວ ກໍ່ພວມພັດທະນາທາງດ່ວນທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບດ່ານສາກົນບໍ່ແຕນ, ແຂວງຫຼວງນໍ້າທາ, ຕິດກັບຈີນ, ປະຈຸບັນ ທາງດ່ວນນີ້ໄດ້ສໍາເລັດໄລຍະທີ 1, ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບ ວັງວຽງ - ໜຶ່ງໃນບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຂອງລາວ. ສ່ວນຍັງເຫຼືອຂອງທາງດ່ວນຕອນຈາກ ວັງວຽງ-ຫຼວງພະບາງ-ອຸດົມໄຊ-ດ່ານສາກົນບໍ່ແຕນ, ແຂວງຫຼວງນໍ້າທາ ແມ່ນພວມໃນໄລຍະຜັນຂະຫຍາຍ.

ໂດຍ: ຈາງຫງວຽນ