ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີ, ກໍາລັງປະກອບອາວຸດສອງແຂວງໄດ້ແລກປ່ຽນ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບພັດທະນາເສດຖະກິດ-ສັງຄົມ ແລະວຽກງານກໍ່ສ້າງກໍາລັງປະກອບອາວຸດ; ຕີລາຄາຜົນງານທີ່ບັນລຸໄດ້ໃນການພົວພັນຮ່ວມມືດ້ານການທະຫານ, ການປ້ອງກັນຊາດ, ພິເສດໃນວຽກງານກໍ່ສ້າງ, ບໍາລຸງຄວາມຮູ້ດ້ານການທະຫານ, ການປ້ອງກັນຊາດ, ສົມທົບກັບການລາດຕະເວນຮັກສາເສັ້ນຊາຍແດນ ຫຼັກໝາຍຊາຍແດນ, ຊອກຫາ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມລາວ, ສົມທົບກັນຕໍ່ສູ້ສະກັດກັ້ນອາດຊະຍາກໍາຢູ່ຕາມເສັ້ນຊາຍແດນ... ພ້ອມກັນນັ້ນກໍາລັງປະກອບອາວຸດສອງແຂວງປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສາມັກຄີ, ມິດຕະພາບ, ໝັ້ນແກ່ນ, ສັດຊື່ບໍລິສຸດ, ປອດໃສລະຫວ່າງສອງແຂວງເວົ້າລວມ, ກໍາລັງປະກອບອາວຸດເວົ້າສະເພາະກວ່າອີກ.

leftcenterrightdel
ກອງບັນຊາການທະຫານແຂວງພົວພັນອວຍພອນປີໃໝ່ກໍາລັງປະກອບອາວຸດແຂວງແທັງຮວ໊າ. ພາບ: baothanhhoa.vn

ຕາງໜ້າອົງຄະນະພັກ, ກອງບັນຊາການທະຫານແຂວງພົວພັນ, ຫົວໜ້າຄະນະປະຕິບັດງານໄດ້ອວຍພອນປີໃໝ່ຄະນະພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວ໊າ ຈົ່ງຢູ່ດີມີແຮງ, ມີຄວາມວັດທະນາຖາວອນ, ຕ້ອນຮັບລະດູບານໃໝ່ໃນຄວາມສະຫງົບສຸກ, ສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນຫວຽດນາມ ວິລະຊົນໃນໄລຍະໃໝ່.

ໂດຍ: ໄຊນີດາ