leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່ນຢູ່ແຂວງຄໍາມ່ວນ (ປະເທດລາວ). ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານ ວັນໄຊ ຟອງສະຫວັນ ແລະທ່ານ ເຈິ່ນຖັ໋ງ, ປະທານຄະນະກໍາມະການປະຊາຊົນແຂວງກວ໊າງບິ່ງ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການສົມທົບກັນກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່າຢູ່ແຂວງຄໍາມ່ວນ. ໂຄງການແມ່ນໜຶ່ງໃນບັນດາກິດຈະຈໍາດີເດັ່ນ ສະແດງໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ ວັນໄຊ ຟອງສະຫວັນ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະອົບອຸ່ນ ເຊິ່ງການນໍາແຂວງກວ້າງບິ່ງ ສະຫງວນໃຫ້ຄະນະ. ທ່ານ ວັນໄຊ ຟອງສະຫວັນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງແຂວງຄໍາມ່ວນໃນປີ 2021 ແລະບັນດາເປົ້າໝາຍ, ໜ້າທີ່ຈຸດສຸມໃນປີ 2022.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຫວູດ້າຍຖັ໋ງ, ເລຂາພັກແຂວງກວ້າງບິ່ງ ເນັ້ນໜັກວ່າ ພ້ອມກັບການເຄື່ອນໄຫວເບິ່ງແຍງດູແລໃຫ້ນັກຮຽນ, ນັກສຶກສາ, ພະນັກງານລາວ ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກທີ່ແຂວງກວ໊າງບິ່ງ ແລ້ວ, ແຂວງກວ໊າງບິ່ງ ປາດຖະໜາວ່າ ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງຄໍາມ່ວນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ, ວິສາຫະກິດຂອງແຂວງກວ໊າງບິ່ງ ດໍາລົງຊີວິດ, ລົງທຶນດໍາເນີນທຸລະກິດຢູ່ແຂວງຄໍາມ່ວນ. ສອງແຂວງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນການພັດທະນາເສດຖະກິດ, ຮັກສາການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຮ່ວມມືເພື່ອພ້ອມກັນພັດທະນາ.

ໂດຍ: ​ທູຈາງ