ຕາມການສະເໜີຂອງຫ້ອງການປ້ອງກັນຄວາມສະຫງົບເມືອງສົບເບົາກ່ຽວກັບການສ້າງປ້ອມຕໍາຫຼວດບ້ານມ່ວງ, ໂດຍໄດ້ຮັບການເຫັນດີຈາກອົງການທີ່ກ່ຽວຂ້ອງສອງຝ່າຍ ແລະການຊ່ວຍເຫຼືອຂອງບໍລິສັດເຂື່ອນໄຟຟ້ານໍ້າຕົກເຊີນລາ ກ່ຽວກັບຄ່າໃຊ້ຈ່າຍ, ພາຍຫຼັງລົງມືກໍ່ສ້າງມາເປັນເວລາ 1 ເດືອນ, ກິດຈະກໍາໄດ້ສໍາເລັດ. ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 200 ລ້ານດົ່ງ.

leftcenterrightdel
ບັນດາຜູ້ແທນທີ່ພິທີມອບ-ຮັບຫ້ອງການປ້ອມຕໍາຫຼວດບ້ານມ່ວງ. ພາບ: Vov.vn

ກິດຈະກໍາໄດ້ສະແດງໃຫ້ເຫັນນໍ້າໃຈມິດຕະພາບແບບພິເສດ, ຮ່ວມທຸກຮ່ວມສຸກ, ພ້ອມກັນສ້າງເສັ້ນຊາຍແດນລະຫວ່າງສອງແຂວງ, ສອງປະເທດໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາ, ສ້າງເງື່ອນໄຂໃຫ້ພະນັກງານ, ນັກຮົບສອງປະເທດສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ຊາຍແດນໄດ້ເປັນຢ່າງດີ, ຕໍ່ສູ້ກັບອາດຊະຍາກໍາທຸກປະເພດຢ່າງມີປະສິດທິຜົນ,ໂດຍສະເພາະແມ່ນອາດຊະຍາກໍາຢາເສບຕິດຂ້າມຊາຍແດນ.

ໂດຍ: ກວຽດເຕີມ