ທີ່ພິທີ, ທ່ານ ເຢືອງດິ່ງບ໊າງ ປະທານຊົ່ວຄາວຂອງ BACI ໃຫ້ຮູ້ວ່າ ໂດຍປະຕິບັດແຜນນະໂຍບາຍຍູ້ແຮງການຮ່ວມມືດ້ານເສດຖະກິດກັບປະເທດເພື່ອນລາວ, ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໃນໄລຍະຜ່ານມາທີ່ມີຫຼາຍວິສາຫະກິດຫວຽດນາມ ໄດ້ລົງທຶນດໍາເນີນທຸລະກິດຢູ່ໃນລາວ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບກະເຊົ້າດອກໄມ້ອວຍພອນ 17 ປີແຫ່ງວັນນັກທຸລະກິດຫວຽດນາມ ໃຫ້ທ່ານ ເຢືອງດິ່ງບ໊າງ ປະທານຊົ່ວຄາວຂອງ BACI. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ເຢືອງດິ່ງບ໊າງ ແລ້ວ, ດ້ວຍກວ່າ 400 ໂຄງການລົງທຶນ ແລະຍອດເງິນລົງທຶນທັງໝົດກວ່າ 5 ຕື້ໂດລາສະຫະລັດ, ປະຈຸບັນ ຫວຽດນາມ ພວມແມ່ນນັກລົງທຶນໃຫຍ່ອັນດັບ 3 ໃນຈໍານວນປະເທດ ແລະເຂດແຄວ້ນລົງທຶນຢູ່ລາວ, ຖັດຈາກໄທ ແລະຈີນ. ໃນຊຸມປີຜ່ານມາ, ປະຊາຄົມວິສາຫະກິດຫວຽດນາມ ຢູ່ລາວ ບໍ່ພຽງແຕ່ປະກອບສ່ວນເຂົ້າງົບປະມານຂອງລາວ ປະຈໍາປີເທົ່ານັ້ນ, ຫາກຍັງປະກອບສ່ວນຫຼາຍສິບລ້ານໂດລາສະຫະລັດໃຫ້ແກ່ກິດຈະກໍາຮັບປະກັນຊີວິດສັງຄົມ, ສ້າງພື້ນຖານໂຄງລ່າງ, ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານລາວນັບຫຼາຍພັນຄົນອີກດ້ວຍ...

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງທີ່ 4 ສະຖານທີ່ເຊື່ອມຕໍ່ຢູ່ພາກເໜືອ, ພາກກາງ ແລະພາກໃຕ້ຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ຕີລາຄາສູງ ແລະຍ້ອງຍໍປະຊາຄົມວິສາຫະກິດ ແລະນັກທຸລະກິດຫວຽດນາມ ຢູ່ລາວ ທີ່ມີຈິດໃຈ ແລະເຈດຈໍານົງຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະພະຍາດໂຄວິດ-19. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ກໍ່ຮຽກຮ້ອງໃຫ້ນັກທຸລະກິດ ຈົ່ງມີໄຫວພິບ ແລະປະຈັນບານໃນພາລະກິດລົງທຶນດໍາເນີນທຸລະກິດຢູ່ລາວ; ຄວາມສາມັກຄີ, ການຮ່ວມມື ແລະໜູນຊ່ວຍເຊິ່ງກັນ ແລະກັນເພື່ອພ້ອມກັນພັດທະນາ; ສະແດງໃຫ້ເຫັນຈິດໃຈ, ຄວາມກະຕືລືລົ້ນ, ເຈດຕະນາດີ ແລະຄວາມເມົາມົວຫ້າວຫັນອອກແຮງງານທໍາການຜະລິດຂອງປະຊາຊົນຫວຽດນາມ ຢູ່ປະເທດເພື່ອນລາວ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຖານອ້າຍນ້ອງອັນສະໜິດແໜ້ນລະຫວ່າງສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ຕີລາຄາສູງ ແລະຍ້ອງຍໍການປະກອບສ່ວນຢ່າງຕັ້ງໜ້າຂອງນັກທຸລະກິດຫວຽດນາມ ຢູ່ລາວ ທີ່ມີຕໍ່ລັດຖະບານສອງປະເທດລາວ ແລະຫວຽດນາມ ໃນການປ້ອງກັນ, ຕ້ານ, ສະກັດກັ້ນພະຍາດໂຄວິດ-19 ໃນໄລຍະຜ່ານມາ.

ໂດຍ: ທະນາພອນ