ທ່ານ ຮສຈ.ປອ ຮວີ່ງຈ້ອງເຢືອງ ອະທິການບໍດີມະຫາວິທະຍາໄລກວ໋າງນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ໃຫ້ຮູ້ວ່າ ເນື້ອໃນ, ຮູບການບົດເຂົ້າຮ່ວມການແຂ່ງຂັນທີ່ຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະມີຄຸນນະພາບສູງ, ສະແດງໃຫ້ເຫັນວ່ານັກສຶກສາລາວ ໄດ້ເຊື່ືອມຕົວເຂົ້າກັບສະພາບແວດລ້ອມຂອງການຮຽນ, ການດໍາລົງຊີວິດຢູ່ແຂວງກວ໋າງນາມ ໄດ້ດີທີ່ສຸດ. ບົດເຂົ້າຮ່ວມການແຂ່ງຂັນໄດ້ມີການກົດແຊ 5.754 ເທື່ອ ແລະ ກົດ like 12.394 ເທື່ອຢູ່ໃນ Facebook.

ການແຂ່ງຂັນແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ທີ່ກໍາລັງຮຽນຢູ່ແຂວງກວ໋າງນາມ ຍົກສູງກໍາລັງຄວາມສາມາດດ້ານພາສາຫວຽດນາມ ກໍ່ຄືຄວາມເຂົ້າໃຈກ່ຽວກັບມູນເຊື້ອ, ປະຫວັດສາດ, ວັດທະນະທໍາ, ມະນຸດ, ການພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງແຂວງ ກວ໋າງນາມ-ເຊກອງ ເວົ້າສະເພາະ.

leftcenterrightdel
ຄະນະຈັດຕັ້ງມອບລາງວັນ ແລະໃບຍ້ອງຍໍໃຫ້ນັກສຶກສາເຂົ້າຮ່ວມການແຂ່ງຂັນ. ພາບ: thoidai.com.vn.

ຄະນະຈັດຕັ້ງໄດ້ມອບ 2 ລາງວັນທີໜຶ່ງ: ມີມູນຄ່າ 2.000.000 ດົ່ງ/ລາງວັນ; 2 ລາງວັນທີສອງ: ມີມູນຄ່າ 1.000.000 ດົ່ງ/ລາງວັນ; 2 ລາງວັນທີສາມ: ມີມູນຄ່າ 500.000 ດົ່ງ/ລາງວັນ ແລະ 5 ລາງວັນຊົມເຊີຍ: ມີມູນຄ່າ 200.00 ດົ່ງ/ລາງວັນ.

ຍາດໄດ້ລາງວັນທີໜຶ່ງແມ່ນບົດເພງ “ກວ໋າງນາມ ທີ່ຮັກແພງ” ໂດຍນັກສຶກສາລາວນ້ອງ ນັດສາ ດວງປັນຍາ ສະແດງ ແລະບົດປະພັນທີ່ມີຊື່ວ່າ “ການດໍາລົງຊີວິດຂອງນັກສຶກສາລາວ ຢູ່ນະຄອນຕາມກີ່, ແຂວງກວ໋າງນາມ” ໂດຍກຸ່ມນັກສຶກສາລາວ ມະຫາວິທະຍາໄລກວ໋າງນາມ ປະຕິບັດ.

ເນື່ອງໃນໂອກາດນີ້, ມະຫາວິທະຍາໄລກວ໋າງນາມ ກໍ່ມອບໃບຢ້ັງຢືນສໍາເລັດຫຼັກສູດການຮຽນພາສາຫວຽດນາມ ສົກຮຽນ 2020-2021 ໃຫ້ນັກສຶກສາລາວ 67 ຄົນ.

ໂດຍ: ເກື່ອງດັ້ງ