ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາທີ່ມີສະຖຽນລະພາບຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃນໄລຍະຜ່ານມາ. ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ສອງປະເທດຍັງຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະກົນໄກຮ່ວມມືສອງຝ່າຍດ້ວຍຫຼາຍຮູບການ.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບແຜນການຈັດຕັ້ງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະລາວ ຄົບຮອບ 45 ປີ, ຖືນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍສົມທົບກັນຍູ້ແຮງການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ.

ແລກປ່ຽນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມ ສົນໃຈ, ຮອງລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຕີລາຄາວ່າ, ສະພາບການຢູ່ພາກພື້ນ ແລະໃນໂລກ ສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນໃນຂອບເຂດ ສປຊ, ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນ, ພິເສດແມ່ນບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະຄວາມໝັ້ນຄົງ-ການພັດທະນາຂອງແຕ່ລະປະເທດ, ໃນນັ້ນມີບັນຫາທະເລຕາເວັນອອກ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອຮັບມືກັບພະຍາດໂຄວິດ-19, ຊຸກຍູ້ການເຂົ້າເຖິງວັກຊິນ, ຖ່າຍທອດເຕັກໂນໂລຢີກ່ຽວກັບການຜະລິດວັກຊິນ ແລະຢາປິ່ນປົວພະຍາດໂຄວິດ-19 ຢ່າງຍຸຕິທໍາ ແລະມີປະສິດທິຜົນ.

ກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ສອງຝ່າຍເຫັນດີເປັນເອກະພາບຮັກສາ, ເສີມຂະຫຍາຍກົນໄກປຶກສາຫາລືຂັ້ນລັດຖະມົນຕີ, ຮອງລັດຖະມົນຕີ ໃຫ້ມີປະສິດທິຜົນ ແລະແລກປ່ຽນເປັນປະຈຳລະຫວ່າງບັນດາອົງການຂອງສອງກະຊວງ, ພິເສດແມ່ນໃນຂົງເຂດຈັດຕັ້ງ, ບໍາລຸງສ້າງພະນັກງານການທູດ, ຄົ້ນຄວ້າຍຸດທະສາດ, ການທູດເສດຖະກິດ, ກົດໝາຍສາກົນ, ກົງສູນ, ວຽກງານຊາຍແດນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງຕໍ່ໄປໃນປີ 2022 ໂດຍແມ່ນຫວຽດນາມ ເປັນເຈົ້າພາບ.

ໂດຍ: ເກື່ອງດັ້ງ