ຮ່ວມເດີນທາງດ້ວຍການພັດທະນາແບບຍືນຍົງຂອງປະເທດເພື່ອນມິດ

ຕາມການຕີລາຄາຂອງທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ , ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໄດ້ຮັບການພັດທະນາ ແລະບັນລຸໝາກຜົນສໍາຄັນຫຼາຍຢ່າງໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ໃນຂະນະນັ້ນ, ການພົວພັນຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທໍາ, ວິທະຍາສາດເຕັກນິກລະຫວ່າງສອງປະເທດກໍ່ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ທ່ານ ຫງວຽນບ໊າຮຸ່ງ ໃຫ້ຂໍສັງເກດວ່າ “ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດລົງທຶນໃຫຍ່ທີ່ສຸດຢູ່ລາວ ດ້ວຍ 415 ໂຄງການໄດ້ອອກໃບອະນຸຍາດ, ຍອດເງິນລົງທຶນປະມານ 4,4 ຕື້ໂດລາສະຫະລັດ, ເຊິ່ງສຸມໃສ່ບັນດາຂົງເຂດສໍາຄັນຄືການເງິນ-ທະນາຄານ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ກະສິກໍາ-ປ່າໄມ້, ຂຸດຄົ້ນບໍ່ແຮ່... ຫຼາຍໂຄງການກໍາລັງຜັນຂະຫຍາຍເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາດ້ານເສດຖະກິດ-ສັງຄົມຂອງລາວ ແລະປັບປຸງການດໍາລົງຊີວິດຂອງຊາວທ້ອງຖິ່ນ”.

ປະຈຸບັນ, ບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ ລາວ ໄດ້ ແລະກຳລັງປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດລາວ ພັດທະນາແບບຍືນຍົງ, ປະກອບສ່ວນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ, ສ້າງວຽກເຮັດງານທໍາ ແລະລາຍຮັບໃຫ້ປະຊາຊົນ. ຕົວຢ່າງຄື, ໂຄງການຂອງບໍລິສັດ ຮວ່າງແອັງຢາລາຍ ສ້າງວຽກເຮັດງານທໍາໃຫ້ແຮງງານປະມານ 20.000 ຄົນຢູ່ລາວ, Unitel (ເຄື່ອງໝາຍການຄ້າ Viettel ຢູ່ລາວ) ສ້າງວຽກເຮັດງານທໍາໃຫ້ແຮງງານລາວ ກວ່າ 25.000 ຄົນ... ຍອດເງິນລົງທຶນໃຫ້ສະຫວັດດີການສັງຄົມເຊິ່ງບັນດາວິສາຫະກິດຫວຽດນາມ ຜັນຂະຫຍາຍຢູ່ລາວ ມາຮອດປະຈຸບັນບັນລຸເກືອບ 71 ລ້ານໂດລາສະຫະລັດ, ສຸມໃສ່ຕົ້ນຕໍໃນຂົງເຂດສາທາລະນະສຸກ, ການສຶກສາ, ກໍ່ສ້າງເຮືອນໃຫ້ພໍ່ແມ່ປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ.

ຄຽງຂ້າງນັ້ນ, ວິສາຫະກິດເຕັກໂນໂລຢີຂອງຫວຽດນາມ, ຄື Viettel... ປະຈຸບັນບໍ່ພຽງແຕ່ແມ່ນນັກລົງທຶນເທົ່ານັ້ນ ຫາກຍັງນຳໜ້າໃນການໜູນຊ່ວຍລັດຖະບານລາວ ຫັນປ່ຽນດີຈີຕອນ ແລະກໍ່ສ້າງລັດຖະບານເອເລັກໂຕນິກອີກດ້ວຍ. ພົ້ນເດັ່ນຄື Unitel - Viettel ໄດ້ຮ່ວມເດີນທາງ, ໃກ້ຊິດຕິດແທດກັບລັດຖະບານ, ປະຊາຊົນລາວ ໃນກິດຈະກໍາຕ່າງໆ, ຄື: ໜູນຊ່ວຍລັດຖະບານໃນການຫັນປ່ຽນດີຈີຕອນ ແລະສ້າງໂຄງລ່າງລັດຖະບານເອເລັກໂຕນິກດ້ວຍຍອດມູນຄ່າກວ່າ 3,3 ລ້ານໂດລາສະຫະລັດ; ອຸປະຖໍາ 27 ລ້ານໂດລາສະຫະລັດຊ່ວຍໂຮງຮຽນເກືອບ 1.000 ແຫ່ງນຳໃຊ້ອິນເຕີເນັດໂດຍບໍ່ເສຍຄ່າ, ແຕ່ລະປີບໍາລຸງສ້າງບຸກຄະລາກອນທີ່ມີຄຸນນະພາບສູງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ-ໂທລະຄົມມະນາຄົມໃຫ້ລາວ, ໜູນຊ່ວຍກໍ່ສ້າງໂຮງຮຽນ, ສຸກສາລາ, ໜູນຊ່ວຍປະຊາຊົນຜູ້ຖືກຮັບຜົນສະທ້ອນຈາກໄພນໍ້າຖ້ວມ...

ພິເສດ, ໃນສະພາບການແຜ່ລະບາດພະຍາດໂຄວິດ-19, ວິສາຫະກິດຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈໜູນຊ່ວຍລັດຖະບານ ແລະປະຊາຊົນລາວປ້ອງກັນ, ຕ້ານພະຍາດໂຄວິດ-19, ຄື: Star Telecom (Unitel) ໜູນຊ່ວຍກວ່າ 12 ຕື້ດົ່ງ, ບໍລິສັດຮວ່າງແອັງຢາລາຍ (100.000 ໂດລາສະຫະລັດ), ທະນາຄານ LaoVietBank (ກວ່າ 10.000 ໂດລາສະຫະລັດ), ບໍລິສັດຊຸດຄົ້ນບໍ່ແຮ່ Sakai (ກວ່າ 22.000 ໂດລາສະຫະລັດ), ໄຟຟ້າຫວຽດນາມ-ລາວ (30.000 ໂດລາສະຫະລັດ)...

ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະການລົງທຶນຫວຽດນາມ) ໃຫ້ຮູ້ວ່າ “ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ ລາວ ໄດ້ເສີມຂະຫຍາຍປະສິດທິຜົນ, ຜະລິດ-ດໍາເນີນທຸລະກິດມີກໍາໄລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ, ສ້າງວຽກເຮັດງານທໍາ ແລະເຮັດວຽກງານຮັບປະກັນສະຫວັດດີການສັງຄົມຢູ່ສອງປະເທດບ້ານໃກ້ເຮືອນຄຽງເປັນຢ່າງດີ”.

leftcenterrightdel
ລູກຄ້າລົງທະບຽນນໍາໃຊ້ບໍລິການ Unitel. ພາບ: qdnd.vn.

ຈຸດພົ້ນເດັ່ນໃນການຮ່ວມມືຫວຽດນາມ-ລາວ

ລາວກໍາລັງແມ່ນຕະຫຼາດລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍຍອດຈຳນວນທຶນເກືອບ 31% ຈາກຕ່າງປະເທດ. ສ່ວນຢູ່ລາວ, ຫວຽດນາມ ແມ່ນນັກລົງທຶນໃຫຍ່ທີ 3 ດ້ວຍຍອດຈຳນວນທຶນກວ່າ 4,4 ຕື້ໂດລາສະຫະລັດ. ບັນດາຂົງເຂດພົ້ນເດັ່ນແມ່ນໂທລະຄົມມະນາຄົມ, ກະສິກໍາ ແລະພະລັງງານ. ສິ່ງດັ່ງກ່າວເປັນຫຼັກຖານພິສູດໃຫ້ສາຍພົວພັນຮ່ວມມືຮອບດ້ານ, ແທດຈິງ, ມີປະສິດທິຜົນ, ນຳຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນສອງປະເທດ.

ໂຄງການໂທລະຄົມມະນາຄົມ Unitel, ແມ່ນໂຄງການຮ່ວມທຸລະກິດລະຫວ່າງ Viettel ແລະລັດຖະບານລາວ ພາຍຫຼັງ 12 ປີແຫ່ງການເຄື່ອນໄຫວໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມອັນດັບ 1 ຢູ່ຕະຫຼາດລາວ ດ້ວຍ 57% ອັດຕະສ່ວນ.

Unitel ໄດ້ນໍາລາວ ກາຍເປັນໜຶ່ງໃນບັນດາປະເທດທີ່ມີໂຄງລ່າງໂທລະຄົມມະນາຄົມໃຫຍ່ ແລະເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນອາຊຽນ ດ້ວຍເຄືອຂ່າຍອິນເຕີເນັດ 4ຈີ ດີທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.

ປະຈຸບັນ, Unitel ມີລາຍຮັບສະສົມບັນລຸກວ່າ 2 ຕື້ໂດລາສະຫະລັດ, ກໍາໄລກ່ອນພາສີບັນລຸປະມານ 777 ລ້ານໂດລາສະຫະລັດ. ໂຄງການ Unitel ໄດ້ປະກອບເຂົ້າງົບປະມານແຫ່ງລັດປະມານ 553 ລ້ານໂດລາສະຫະລັດ ແລະສ້າງກໍາໄລໃຫ້ລາວ 306 ລ້ານໂດລາສະຫະລັດ.

ທ່ານ ຫງວຽນຈີ້ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ “ມາຮອດປະຈຸບັນ, ບັນດາວິສາຫະກິດຫວຽດນາມ ໄດ້ປະກອບທຶນນັບຮ້ອຍລ້ານໂດລາສະຫະລັດໃຫ້ງົບປະມານແຫ່ງລັດລາວ. ພົ້ນເດັ່ນແມ່ນວິສາຫະກິດຮ່ວມທຸລະກິດ Unitel ລາວ ມາຮອດປະຈຸບັນໄດ້ປະກອບທຶນປະມານກວ່າ 700 ລ້ານໂດລາສະຫະລັດ”.

ອາດເຫັນໄດ້ວ່າ, ຂົງເຂດລົງທຶນກໍາລັງກາຍເປັນ “ທູດເສດຖະກິດ” ສໍາຄັນໃນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ຫວັງວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ມີບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ຕື່ມອີກ, ນຳຜົນປະໂຫຍດແທດຈິງ, ໝັ້ນຄົງຫຼາຍຢ່າງມາໃຫ້ປະຊາຊົນປະເທດເພື່ອນລາວ, ເພື່ອໃຫ້ສາຍພົວພັນຫວຽດນາມ-ລາວ ນັບມື້ນັບ “ເກີດດອກອອກຜົນ” ກວ່າອີກ.

ໂດຍ: ໄຊນີດາ