ເນື້ອໃນຈົດໝາຍມີຕອນຂຽນວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງທ່ານ ຫງວຽນຝູຈ້ອງ ແລະທ່ານ ຫງວຽນຊວນຟຸກ ທີ່ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງພວກຂ້າພະເຈົ້າດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງອັນສະໜິດແໜ້ນ ແລະຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນໃນສະພາບການລາວ ພວມຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ຢ່າງມີຊີວິດຊີວາ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພັກ, ລັດ ແລະປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະຕື້ນຕັນໃຈທີ່ສຸດເມື່ອເຫັນວ່າ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຕາມ, ແຕ່ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຊ່ວຍເຫຼືອລາວໃນຕະຫຼອດໄລຍະຜ່ານມາ. ການຊ່ວຍເຫຼືອທີ່ມີຄ່າ, ທັນການ ແລະມີປະສິດທິຜົນສູງຂອງຫວຽດນາມ ກ່ຽວກັບດ້ານຊັບພະຍາກອນມະນຸດ, ອຸປະກອນການແພດ ແລະຢາປິ່ນປົວດ້ວຍປະລິມານຫຼາຍໄດ້ປະກອບສ່ວນສຳຄັນຊ່ວຍລາວ ໃນວຽກງານປ້ອງກັນ, ຕ້ານ, ສະກັດກັ້ນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຖືເປັນສໍາຄັນການປ້ອງກັນ, ຕ້ານ, ສະກັດກັ້ນພະຍາດໂຄວິດ-19 ນັບແຕ່ເມື່ອເກີດພະຍາດ. ແຕ່ກາງເດືອນເມສາ 2021 ມາຮອດປະຈຸບັນ, ບັນດາມາດຕະການທີ່ຂ້ຽວຂາດ ແລະຄົບຊຸດໄດ້ຮັບການນໍາໃຊ້, ເປັນຕົ້ນແມ່ນການຮຽກຮ້ອງການເຂົ້າຮ່ວມຂອງທັງລະບົບການເມືອງ ແລະທົ່ວສັງຄົມສະນັ້ນສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເທື່ອລະກ້າວ.

ພວກຂ້າພະເຈົ້າ ຍາມໃດກໍ່ຕິດຕາມສະພາບການພະຍາດໂຄວິດ-19 ຢູ່ຫວຽດນາມ ແລະຕີລາຄາສູງບັນດາມາດຕະການ ເຊິ່ງພັກ, ລັດຖະບານຫວຽດນາມ ໄດ້ປະຕິບັດນັບແຕ່ເມື່ອເກີດພະຍາດໂຄວິດ-19. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດບັນລຸໄດ້ຜົນງານອັນໃຫຍ່ຫຼວງໃນວຽກງານປ້ອງກັນ, ຕ້ານ, ຄວບຄຸມ, ປິ່ນປົວພະຍາດໂຄວິດ-19, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ແລະພາຍໃນປະເທດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ພ້ອມກັບກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຫວຽດນາມ ຈະຊະນະພະຍາດໂຄວິດ-19 ໄດ້ຢ່າງແນ່ນອນ.

ໃນສະພາບພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດ ແລະກາຍເປັນຄວາມສ່ຽງໃຫ້ບັນດາປະເທດໃນໂລກ, ລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອພ້ອມກັນຊະນະພະຍາດໂຄວິດ-19 ແລະຊີວິດການເປັນຢູ່ຂອງປະຊາຊົນສອງປະເທດຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ສືບຕໍ່ພັດທະນາ, ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ເຈິ່ນຮວ່ຽນ