ໃນພິທີ່ດັ່ງກ່າວ, ທ່ານພົນຕີ ຫງວຽນແທງເຊີນ ໄດ້ສົ່ງຄຳອວຍພອນ, ແບ່ງບັນ ແລະສົ່ງຈົດໝາຍຖາມຂ່າວຈາກທ່ານລັດຖະມົນຕີ ໂຕເລິມ ເຖິງບັນດາການນຳກະຊວງ, ນາຍ ແລະ ພົນຕໍາຫລວດທຸກທ່ານ, ພະນັກງານ-ລັດຖະກອນຂອງກະຊວງປ້ອງກັນຄວາມສະຫງົບລາວ ອ້າຍນ້ອງ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ -19 ກຳລັງຂະຫຍາຍອອກເປັນວົງກ້ວາງຢ່າງຮຸ່ນແຮງ.

leftcenterrightdel
ບັນຍາກາດທີ່ພິທີມອບຮັບ. ພາບ: congan.com.vn

ໃນໂອກາດນີ້, ກະຊວງຕໍາຫລວດຫວຽດນາມ ໄດ້ຊ່ວຍເຫລືອອຸປະກອນການແພດ ໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບລາວ ລວມມີ: ເຄື່ອງວັດແທກອຸນຫະພູມແບບມືຖື 30 ໜ່ວຍ, ຜ້າອັດປາກການແພດ ຈໍານວນ 30.000 ອັນ, ຜ້າອັດປາກ N95 ຈໍານວນ 2.000 ອັນ, ຊຸດປ້ອງກັນ ແລະຄວບຄຸມການລະບາດ 300 ຊຸດ ແລະນໍ້າຢາລ້າງມື 300 ລິດ. ການຊ່ວຍເຫລືອອຸປະກອນການແພດຂອງກະຊວງຕໍາຫລວດ ໃນຄັ້ງນີ້, ຈະເປັນການປະກອບສ່ວນທີ່ມີຄວາມໝາຍ, ຊ່ວຍຫລຸດຜ່ອນຄວາມຫຍຸ້ງຍາກຈໍານວນໜຶ່ງທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວອ້າຍນ້ອງ ກຳລັງປະເຊີນ​​ໜ້າກັບພະຍາດລະບາດໃນປັດຈຸບັນ.

leftcenterrightdel
ທ່ານພົນຕີ ຫງວຽນແທງເຊີນ ມອບວັດຖຸອຸປະກອນການແພດຂອງກະຊວງຕໍາຫຼວດຫວຽດນາມ ໃຫ້ກະຊວງປ້ອງກັນຄວາມສະຫງົບ ລາວ. ພາບ: congan.com.vn 

ສະຫາຍ ກິ ຈັນທະວົງສາ ຫົວໜ້າກົມພົວພັນສາກົນ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ, ລັດ, ປະຊາຊົນ ແລະ ກຳລັງຕຳຫລວດ ປະຊາຊົນຫວຽດນາມ ທີ່ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອ ປະເທດລາວຕະຫລອດມາ, ໂດຍສະເພາະ ໃນວຽກງານການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19; ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານລັດຖະມົນຕີ ໂຕເລິມ ທີ່ໄດ້ສົ່ງຈົດໝາຍຖາມຂ່າວ ແລະໃຫ້ການຊ່ວຍເຫລືອ ທັງດ້ານວັດຖຸ ແລະຈິດໃຈ ຈາກກະຊວງຕຳຫລວດ ຫວຽດນາມ; ທ່ານ ໄດ້ຢືນຢັນວ່າ ຈະນຳໃຊ້ກຳລັງຄວາມສາມາດໃນທຸກດ້ານປະສານສົບທົບກັບບັນດາກຳລັງອື່ນ ເພື່ອຕ້ານການລະບາດຂອງເຊື້ອພະຍາດ COVID-19 ຢ່າງເດັດດ່ຽວ, ເພື່ອນຳຄວາມສະຫງົບສຸກ ມາສູ່ຊີວິດຂອງປະຊາຊົນ, ປະກອບສ່ວນຮັກສາສະຖຽນລະພາບ ແລະຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນສັງຄົມ ແລະພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ແລະໄດ້ຢືນຢັນວ່າຈະຢືນຄຽງບ່າຄຽງໄຫລ່ເພື່ອປະສານສົມທົ ກັບກຳລັງຂອງກະຊວງຕຳຫລວດຫວຽດນາມ ຕ້ານການລະບາດຂອງເຊື້ອພະຍາດ COVID-19 ແລະປະຕິບັດສຳເລັດໜ້າທີ່ປ້ອງກັນຄວາມສະຫງົບຂອງທັງສອງປະເທດ.

ເນື້ອໃນ: ຂປລ