ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກ, ລັດລາວ, ພ້ອມກັບການຕັດສິນໃຈ, ຮ່ວມແຮງຮ່ວມໃຈຂອງບັນດາອົງການກ່ຽວຂ້ອງ ແລະປະຊາຊົນທຸກຖ້ວນໜ້າ, ປະເທດ, ປະຊາຊົນລາວ ອ້າຍນ້ອງຈະຄວບຄຸມພະຍາດໂຄວິດ-19 ໄດ້ໂດຍໄວ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ທີ່ການຕ້ອນຮັບ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ, ສະຫງວນບູລິມະສິດສູງສຸດໃຫ້ແກ່ການພົວພັນກັບລາວ ແລະສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາທີ່ນັບມື້ນັບດີງາມຂອງການພົວພັນມິດຕະພາບທີ່ຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ. ທ່ານ ເວືອງດິ່ງເຫວ້ ຢ້ັງຢືນວ່າ ຈະພ້ອມກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ  ສືບຕໍ່ສືບທອດ ແລະພັດທະນາການພົວພັນແບບພິເສດທີ່ດີງາມລະຫວ່າງສະພາແຫ່ງຊາດສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ສົ່ງຄຳຊົມເຊີຍຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ມາຍັງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ທ່ານ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດຫວຽດນາມ ທີ່ໄດ້ຈັດສົ່ງຄະນະຊ່ຽວຊານ ແລະວັດຖຸອຸປະກອນການແພດມາໜູນຊ່ວຍລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ສົມເພັດ