ຕາມນັ້ນແລ້ວ, ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ລວມມີ: ສານເຄມີ Chlorine Nippon 70% 825  ກິໂລກຼາມ; ຊຸດປ້ອງກັນໂຄວິດ-19 ຈຳນວນ 600 ຊຸດ; ຜ້າອັດປາກ-ອັດດັງ 102.000 ອັນ; ເຄື່ອງແທກອຸນຫະພູມຮ່າງກາຍ 300 ອັນ; ນໍ້າຢາລ້າງມື 500ml ຈຳນວນ 3.000 ຂວດ ແລະເງິນສົດ 1 ຕື້ດົ່ງ, ລວມມູນຄ່າທັງໝົດແມ່ນ 2 ຕື້ດົ່ງ.

leftcenterrightdel
ຄະນະປະຕິບັດງານທະຫານເຂດ 4 ມອບອຸປະກອນການແພດໃຫ້ກອງທັບປະຊາຊົນລາວ. ພາບ: nhandan.com.vn.

ຕາງໜ້າກອງທັບປະຊາຊົນລາວ, ທ່ານພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຜູ້ກ່າວຮັບ; ພ້ອມທັງຝາກຄໍາຂອບໃຈຢ່າງເລິກເຊິ່ງຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຂອງກອງບັນຊາການທະຫານເຂດ 4.

ໃນໄລຍະຜ່ານມາ, ເຖິງວ່າຕ້ອງລະດົມທຸກແຫຼ່ງກໍາລັງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ພວມຜັນແປຢ່າງສັບສົນໃນບໍລິເວນທະຫານເຂດກໍ່ຕາມ, ແຕ່ກອງບັນຊາການທະຫານເຂດ 4 ຍັງສະຫງວນເງິນ ແລະອຸປະກອນການແພດຈໍານວນໜຶ່ງເພື່ອໜູນຊ່ວຍກອງທັບປະຊາຊົນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ