ທີ່ການເຮັດວຽກ, ທ່ານ ຫງວຽນແທ່ງຟອງ ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຂອງພະຍາດໂຄວິດ-19, ການພົວພັນລະຫວ່າງຫວຽດນາມ, ລາວ ແລະກໍາປູເຈຍ ຍັງມີການພັດທະນາຢ່າງຕັ້ງໜ້າ; ພ້ອມທັງຢັ້ງຢືນວ່າ: ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ຍາມໃດກໍເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດ ແລະແບ່ງປັນຄວາມຫຍຸ້ງຍາກຂອງ ນະຄອນຫຼວງວຽງຈັນ ແລະນະຄອນຫຼວງພະນົມເປັນ ທີ່ກໍາລັງປະເຊີນໜ້າ ຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນໃນປັດຈຸບັນ.

leftcenterrightdel
ພິທີມອບຂອງຂວັນໜູນຊ່ວຍນະຄອນຫຼວງວຽງຈັນ ແລະພະນົມເປັນ. ພາບ: ມິງເງິນ.

ການນໍານະຄອນຫຼວງວຽງຈັນ ແລະພະນົມເປັນ ກໍສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 3 ປະເທດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ສ້າງປະຖົມປັດໄຈສໍາຄັນໃຫ້ແຕ່ລະປະເທດພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ໂອກາດນີ້, ນະຄອນໂຮ່ຈີມິນ ໄດ້ໜູນຊ່ວຍນະຄອນຫຼວງວຽງຈັນ ແລະພະນົມເປັນ, ແຕ່ລະທ້ອງຖິ່ນແມ່ນ 50.000 ໂດລາສະຫະລັດ, ເຊິ່ງສະແດງໃຫ້ເຫັນອາລົມຈິດ, ການເອົາໃຈໃສ່, ແບ່ງປັນສ່ວນໃດສ່ວນໜຶ່ງຕໍ່ຄວາມຫຍຸ້ງຍາກໃນປັດຈຸບັນ ທີ່ສອງນະຄອນຫຼວງຂອງ ລາວ ແລະກໍາປູເຈຍ ພວມປະສົບ.

ໂດຍ: ໄຊຊະນະ