ຈໍານວນອຸປະກອນດັ່ງກ່າວລວມມີ: ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ. ໃນນັ້ນ, ສະຫະພັນແມ່ຍິງແຂວງແທັງຮວ໊າ ໄດ້ໜູນຊ່ວຍຜ້າປິດປາກ 10.000 ອັນ ແລະນ້ຳຢາຂ້າເຊື້ອ 200 ຕຸກ. 

leftcenterrightdel
ສະຫະພັນແມ່ຍິງແຂວງແທັງຮວ໊າ ມອບອຸປະກອນການແພດໃຫ້ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງ ເພື່ອນຳໄປມອບໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ. ພາບ: baothanhhoa.vn.

ເຄື່ອງອຸປະກອນການແພດທັງໝົດໄດ້ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ມອບໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ໃນວັນທີ 1 ພຶດສະພາ, ເພື່ອຕອບສະໜອງຄວາມຕ້ອງການອັນຮີບດ່ວນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ນີ້ແມ່ນວຽກເຮັດທີ່ແທດຈິງ, ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະແບ່ງປັນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ ແລະຄວາມສາມັກຄີ, ຮ່ວມມືມິດຕະພາບລະຫວ່າງບັນດາອົງການຂອງສອງຝ່າຍນັບມື້ນັບພັດທະນາ ແລະຍືນຍົງ.

ໂດຍ: ທະນາພອນ