ທີ່ການຕ້ອນຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ-ອັດດັງ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ ທ່ານຈະສ່ົງຂອງຂວັນໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິບັດ ລາວ ຢ່າງຮີບດ່ວນ.

leftcenterrightdel
ທ່ານ ຫງວຽນເຕື່ອງເລິມ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ໃນການໄປຢ້ຽມຢາມ ແລະມອບຜ້າອັດປາກ-ອັດດັງຢູ່ສະຖານທູດລາວ ປະຈຳ ຫວຽດນາມ. ພາບ: ຊວນຕຸ່ງ.

ທ່ານ ຫງວຽນເຕື່ອງເລິມ ໃຫ້ຮູ້ວ່າ ສະພາບພະຍາດໂຄວິດ-19 ກໍາລັງຜັນແປສັບສົນຫຼາຍຢ່າງຢູ່ລາວ ໃນຊຸມວັນຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມີຄວາມປາດຖະໜາຢາກແບ່ງປັນ, ຄຽງບ່າຄຽງໄລ່ໄປພ້ອມກັບຊາວໜຸ່ມ ແລະປະຊາຊົນລາວໃນການຕໍ່ສູ້ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ.

ທ່ານ ຫງວຽນເຕື່ອງເລິມ ກ່າວວ່າ “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະລັດຖະບານລາວ, ດ້ວຍຈິດໃຈປະຈັນບານ, ສະໝັກໃຈຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມລາວ ແລະປະຊາຊົນລາວ ຈະຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນີ້ໄປໄດ້, ສາມາດສະກັດກັ້ນພະຍາດ, ໃຫ້ຊີວິດເປັນປົກກະຕິ”.

leftcenterrightdel
ຜ່ານສະຖານທູດລາວ ປະຈໍາ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມອບຜ້າອັດປາກ-ອັດດັງ 25.000 ອັນໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພາບ: ຊວນຕຸ່ງ.

ທ່ານ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ສະຖານທູດລາວ ປະຈໍາ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະມານະພະຍາຍາມເຊື່ອມຕໍ່, ໜູນຊ່ວຍການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນນຳຄະນະຊາວໜຸ່ມສອງປະເທດ. ພ້ອມທັງ, ສະແດງຄວາມເຊື່ອໝັ້ນວ່າເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມດີກວ່າ, ຄະນະຊາວໜຸ່ມສອງປະເທດຈະມີການເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງກວ່ານີ້ຕື່ມອີກ.

ໂດຍ: ດັ້ງເກື່ອງ