leftcenterrightdel
ລາຍການຕ້ອນຮັບບຸນປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນໄດ້ສ້າງບັນຍາກາດທີ່ອົບອຸ່ນໃຫ້ແກ່ນັກສຶກສາລາວ, ພ້ອມທັງແມ່ນກາລະໂອກາດໃຫ້ນັກສຶກສາຫວຽດນາມ ໄດ້ພົບປະແລກປ່ຽນ, ຊອກຮູ້ຮີດຄອງປະເພນີຕ້ອນຮັບບຸນປີໃໝ່ລາວ. ພາບ: ງອັກຮ໊ວນ.
leftcenterrightdel
 
leftcenterrightdel
ນັກສຶກສາລາວ ມອບດອກຈຳປາໃຫ້ໝູ່ເພື່ອນ, ຄູອາຈານ ແລະແຂກທີ່ມາເຂົ້າຮ່ວມບຸນປີໃໝ່. ພາບ: ງອັກຮ໊ວນ.
leftcenterrightdel
ນ້ອງ ແກ້ວກັນຍາ, ຢູ່ແຂວງຄຳມ່ວນ, ປະຈຸບັນແມ່ນນັກສຶກສາຮຽນຢູ່ພະແນກການຢາ K10E, ວິທະຍາໄລການແພດແທັງຮ໊ວາ ໃຫ້ຮູ້ວ່າ: ເຖິງວ່າບໍ່ໄດ້ກັບໄປຕ້ອນຮັບບຸນປີໃໝ່ຢູ່ບ້ານກໍ່ຕາມແຕ່ນ້ອງກໍ່ດີິໃຈ ແລະຕື້ນຕັນໃຈຍ້ອນວ່ານ້ອງໄດ້ຕ້ອນຮັບບຸນປີໃໝ່ຢູ່ໂຮງຮຽນ,  ແລະໄດ້ຄູອາຈານ ແລະນັກສຶກສາຫວຽດນາມ ຈັດລາຍການທີ່ມີຄວາມໝາຍ ແລະເບີກບານມ່ວນຊື່ນ. ພາບ: ງອັກຮ໊ວນ.
leftcenterrightdel
ບຸນປີໃໝ່ແມ່ນບຸນປະຈຳຊາດໃຫຍ່ທີ່ສຸດຂອງປະເທດເພື່ອນມິດລາວ ໄດ້ຈັດຂຶ້ນໃນເດືອນເມສາ ຕາມປະຕິທິນສາກົນ. ໃນຊຸມວັນນີ້, ທຸກຄົນໄດ້ຫົດນ້ຳເພື່ອອວຍພອນເຊິ່ງກັນ ແລະກັນ, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປີໃໝ່ອີ່ມໜຳສຳລານ, ທຸກໆຄອບຄົວມີຄວາມຢູ່ເຢັນເປັນສຸກ. ພາບ: ງອັກຮ໊ວນ.
leftcenterrightdel
ລາຍການຕ້ອນຮັບບຸນປີໃໝ່ຢູ່ໂຮງຮຽນວິທະຍາໄລການແພດແທັງຮ໊ວາ ໄດ້ດຶງດູດການເຂົ້າຮ່ວມຂອງຄູອາຈານ, ນັກສຶກສາລາວ ແລະຫວຽດນາມ ເປັນຈໍານວນຫຼວງຫຼາຍ. ພາບ: ງອັກຮ໊ວນ.

ໂດຍ: ສົມເພັດ