ທ່ານ ຮວ່າງຈູງຢູ໊ງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຮ່າຕີ໊ງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສາຍພົວພັນລະຫວ່າງແຂວງຮ່າຕີ໊ງ ແລະແຂວງຄໍາມ່ວນ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢ້ັງ ແລະນັບມື້ນັບໝັ້ນແກ່ນ. ປີິ 2020, ແຂວງຮ່າຕີ໊ງ ໄດ້ໜູນຊ່ວຍແຂວງຄໍາມ່ວນ ກໍ່ສ້າງສຸກສາລາຢູ່ບ້ານໝາກເຟືອງ, ເມືອງນາກາຍ. ພາຍຫຼັງການກໍ່ສ້າງເປັນເວລາ 7 ເດືອນ, ມາຮອດປັດຈຸບັນ, ກິດຈະກຳໄດ້ກໍ່ສ້າງສໍາເລັດ ແລະນໍາເຂົ້າໃຊ້ງານ.  ກິດຈະກຳດັ່ງກ່າວໄດ້ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຂອງປະຊາຊົນແຂວງຮ່າຕີ໊ງ ທີ່ມີຕໍ່ປະຊາຊົນແຂວງຄໍາມ່ວນ, ປະກອບສ່ວນຍົກສູງວຽກງານກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນທ້ອງຖິ່ນ.

leftcenterrightdel
ພິທີມອບ-ຮັບສັນຍາລັກກິດຈະກຳກໍ່ສ້າງສຸກສາລາຢູ່ບ້ານໝາກເຟືອງ, ເມືອງນາກາຍ, ແຂວງຄໍາມ່ວນ, ປະເທດລາວ. ພາບ: qdnd.vn.

ສ່ວນທ່ານ ວັນໄຊ ພອງສະຫວັນ, ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດພິເສດ ເຊິ່ງການນໍາ ແລະປະຊາຊົນແຂວງຮ່າຕີ໊ງ ໄດ້ສະຫງວນໃຫ້ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ, ພິເສດ, ໃນປີຜ່ານມາ, ແຂວງຄໍາມ່ວນ ໄດ້ຮັບການຊ່ວຍເຫຼືອຈາກແຂວງຮ່າຕີ໊ງ ໃນຂົງເຂດປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍວັດຖຸອຸປະກອນການແພດ, ປະກອບສ່ວນຊ່ວຍແຂວງຄໍາມ່ວນ ສາມາດຄວບຄຸມພະຍາດໃຫ້ໄດ້. ທ່ານ ວັນໄຊ ພອງສະຫວັນ ຢັ້ງຢືນວ່າ ແຂວງຄໍາມ່ວນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ, ແຂວງຮ່າຕີ໊ງ-ແຂວງຄຳມ່ວນ ເວົ້າສະເພາະໃຫ້ມີຄວາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ