leftcenterrightdel
ການນໍາແຂວງຮ່າຕີ້ງ ອວຍພອນປີໃໝ່ການນໍາແຂວງບໍລິຄໍາໄຊ ແລະປະຊາຊົນລາວບັນດາເຜົ່າ. ພາບ: bienphong.com.vn.

ຕາງໜ້າອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຮ່າຕີ໊ງ, ທ່ານ ຮ່ວາງຈູງຢູ໊ງ ສະແດງຄວາມປິຕິຊົມຊື່ນ ແລະຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ແລະສາຍພົວພັນລະຫວ່າງແຂວງຮ່າຕີ໊ງ ແລະແຂວງບໍລິຄໍາໄຊ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ, ແມ່ນຊັບສົມບັດອັນລໍ້າຄ່າໃຫ້ແກ່ລຸ້ນຕ່າງໆ.

ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນລາວບັນດາເຜົ່າ, ທ່ານ ຮ່ວາງຈູງຢູ໊ງ ອວຍພອນໃຫ້ບັນດາສະຫາຍໃນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວຢູ່ແຂວງບໍລິຄໍາໄຊ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດ ແລະອຸທິດສ່ວນຫຼາຍກວ່າອີກໃຫ້ແກ່ພາລະກິດສ້າງສາປະເທດຊາດ ແລະອວຍພອນນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ແຂວງຮ່າຕີ໊ງ ແລະແຂວງບໍລິຄໍາໄຊ ເວົ້າສະເພາະ ໃຫ້ນັບມື້ນັບແຕກດອກອອກຜົນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ.

leftcenterrightdel
ທ່ານພັນເອກ ຫວໍ້ຕ໊ຽນຫງີ້, ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງຮ່າຕີ໊ງ ອວຍພອນປີໃໝ່ກໍາລັງປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ. ພາບ: bienphong.com.vn.

ສ່ວນທ່ານ ກອງແກ້ວ ໄຊສົງຄາມ, ເລຂາພັກ, ເຈົ້າແຂວງບໍລິຄໍາໄຊ ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດພິເສດ ເຊິ່ງການນໍາ ແລະປະຊາຊົນແຂວງຮ່າຕີ໊ງ ໄດ້ສະຫງວນໃຫ້ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ, ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າແຂວງບໍລິຄໍາໄຊ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ແຂວງຮ່າຕີ໊ງ ແລະແຂວງບໍລິຄໍາໄຊ ເວົ້າສະເພາະ ໃຫ້ໝັ້ນຄົງຕະຫຼອດການ.

ເນື່ອງໃນໂອກາດນີ້, ການນໍາບັນດາພະແນກ, ຂະແໜງການ, ທ້ອງຖິ່ນຂອງແຂວງຮ່າຕີ້ງ ໄດ້ມອບຊໍ່ດອກໄມ້, ອວຍພອນປີໃໝ່ ການນໍາບັນດາພະແນກ, ຂະແໜງການ, ທ້ອງຖິ່ນຂອງແຂວງບໍລິຄໍາໄຊ.

ໂດຍ: ທູຈາງ