leftcenterrightdel
ພໍ່ແມ່ປະຊາຊົນ ແລະພຸດທະສາສະນິກະຊົນ ສູດມົນພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມສະຫງົບສຸກ. ສໍານັກຂ່າວສານຫວຽດນາມ.

ພາຍໃຕ້ການແນະນໍາຂອງພະອາຈານໃຫຍ່ ທິກມິງກວາງ ຫົວໜ້າຄະນະປະສານງານການຮ່ວມມືດ້ານພຸດທະສາສະໜາຫວຽດນາມ-ລາວ, ເຈົ້າອາວາດວັດເຟິດຕິກ,  ບັນດາພະສົງ, ສຳມະເນນ, ພຸດທະສາສະນິກະຊົນ ໄດ້ປະຕິບັດພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມສະຫງົບສຸກດ້ວຍຄວາມຫວັງກ້າວເຂົ້າສູ່ປີໃໝ່ປີສະຫຼູ 2021, ໝົດທຸກຄົນຈົ່ງປະສົບແຕ່ສິ່ງໂຊກດີ, ມີສຸຂະພາບແຂງແຮງ,  ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ, ວັດທະນາຖາວອນ  ແລະໂລກລະບາດຫາຍໄປ.

ໃນໂອກາດນີ້, ໂດຍຜ່ານວັດເຟິດຕິກ, ບັນດາຜູ້ໃຈບຸນໃຈກຸສົນໄດ້ມອບຂອງຂວັນ 150 ພູດໃຫ້ແກ່ຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ທີ່ປະສົບກັບຄວາມຫຍຸ້ງຍາກໃນການດໍາລົງຊີວິດ.

ໂດຍ: ທູຈາງ