leftcenterrightdel
ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດລາວ ປະຈຳຫວຽດນາມ ​ ເຊັນປຶ້່ມໄຫວ້ອາໄລ ສະຫາຍ ເຈືອງວີ້ງຈ້ອງ. ພາບ: lnr.org.la.

ສະຫາຍ ​ເຈືອງວີ້ງຈ້ອງ ​ໄດ້ປະກອບສ່ວນອັນສຳຄັນ​ເຂົ້າ​ຮ່ວມ​ຂະ​ບວນການ​ຕໍ່ສູ້ຕ້ານ​ພວກ​ຈັກກະພັດ​ຜູ້​ຮຸກ​ຮານ ​ເພື່ອ​ພາລະກິດ​ທ້ອນ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ, ສະຫາຍໄດ້​ອຸດ​ທິດ​ຊີວິດ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະສ້າງສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຫວຽດນາມອ້າຍ​ນ້ອງ, ສະຫາຍ​ເປັນ​ເພື່ອນ​ສະໜິດສະໜົມທີ່​​ໃກ້​ຊິດ​ຂອງ​ພັກ, ລັດ ​ແລະປະຊາຊົນ​ລາວ.

ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍດາຍ ​ແລະອາ​ໄລ​ອາວ​ອນຢ່າງ​ສຸດ​ຊຶ້ງຕໍ່​ການຈາກໄປຂອງ ສະຫາຍ ​ເຈືອງວີ້ງຈ້ອງ ​ເຊິ່ງ​ການ​ຈາກ​ໄປ​ຂອງ​ສະຫາຍບໍ່ພຽງແຕ່​ເປັນການສູນເສຍອະດີດຜູ້ນໍາພັກ-​ລັດ, ຜູ້ມີຄວາມປີຊາສາມາດ ທີ່ປ່ຽມລົ້ນໄປດ້ວຍປະສົບການຂອງ​ພັກ, ລັດ ​ແລະປະຊາຊົນ​ຫວຽດນາມ​ ແຕ່​ຍັງ​ເປັນ​ການ​ສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດ ສະໜົມຂອງພັກ, ລັດ ແລະປະຊາຊົນລາວ. 

ນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ ​ໄດ້ແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊຶ້ງຮ່ວມກັບລັດຖະບານ ແລະປະຊາຊົນຫວຽດນາມ ຕະຫລອດຮອດ ຄອບຄົວ, ຍາດຕິພີ່ນ້ອງ ແລະເພື່ອນມິດຂອງສະຫາຍ ເຈືອງວີ້ງຈ້ອງ ມານະ​ໂອກາດ​ນີ້​ດ້ວຍ.

ຂ່າວ: ຂປລ