ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກວ້າງນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງທະຫານ, ກໍາລັງປ້ອງກັນຄວາມສະຫງົບຂອງແຂວງເຊກອງ ປະຕິບັດວຽກງານກວດກາ, ຄວບຄຸມການເຂົ້າ, ອອກເມືອງຢູ່ດ່ານຊາຍແດນເປັນຢ່າງດີ. ກໍາລັງເຈົ້າໜ້າທີ່ສອງປະເທດໄດ້ຈັດວາງກໍາລັງຢູ່ດ່ານທ້ອງຖິ່ນ, ດ່ານປະເພນີເພື່ອຄົ້ນພົບ, ສະກັດກັ້ນ ແລະແກ້ໄຂບັນດາກໍລະນີລັກລອບເຂົ້າເມືອງຢ່າງເຂັ້ມງວດ, ທັນການ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນບ໊າທົງ ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງກວ້າງນາມ ມອບສະບຽງອາຫານໃຫ້ອໍານາດການປົກຄອງ, ປະຊາຊົນແຂວງເຊກອງ . ພາບ: ຮົ່ງແອັງ.

ຕາມບົດລາຍງານຂອງກອງບັນຊາການທະຫານຊາຍແດນແຂວງກວ້າງນາມ, ໂດຍປະຕິບັດຕາມຂໍ້ກໍານົດຂອງລັດຖະບານສອງປະເທດຫວຽດນາມ ແລະລາວ ກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ນັບແຕ່ວັນທີ 1 ເມສາ 2020 ມາຮອດປະຈຸບັນ, ບັນດາກໍາລັງເຈົ້າໜ້າທີ່ແຂວງກວ້າງນາມ ເຮັດລະບຽບການອະນຸຍາດໃຫ້ນັກສຶກສາລາວ 355 ຄົນເຂົ້າເມືອງມາຮຽນຢູ່ບັນດາຮາກຖານສຶກສາຂອງແຂວງ, ຈັດສູນກັກຕົວໃຫ້ຖືກຕ້ອງຕາມການກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດ. ເພື່ອປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ, ແຕ່ເດືອນມັງກອນ 2020 ມາຮອດປະຈຸບັນ, ບັນດາຄ້າຍທະຫານຊາຍແດນແຂວງກວ້າງນາມ ຈັດຕັ້ງການລາດຕະເວນ, ຄວບຄຸມໄດ້ 1.177 ເທື່ອ ດ້ວຍພະນັກງານ, ນັກຮົບ 6.310 ຄົນເຂົ້າຮ່ວມ.

ທ່ານພັນເອກພິເສດ ຫງວຽນບ໊າທົງ ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງກວ້າງນາມ ໃຫ້ຮູ້ວ່າ ພະຍາດໂຄວິດ-19 ພວມຜັນແປສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ກໍາລັງທະຫານຊາຍແດນແຂວງໄດ້ຊາບຊຶມ ແລະປະຕິບັດຕາມການຊີ້ນໍາຂອງນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ ແລະຄະນະກໍາມະການປະຊາຊົນແຂວງ ກ່ຽວກັບການປ້ອງກັນ, ຕ້ານພະຍາດຢ່າງເຂັ້ມງວດ, ຄື: ເພີ່ມທະວີການຄວບຄຸມຢ່າງເຄັ່ງຄັດຢູ່ດ່ານຊາຍແດນຕ່າງໆ; ຮັກສາ 21 ດ່ານ, ປ້ອມປ້ອງກັນ, ຕ້ານພະຍາດ ດ້ວຍພະນັກງານ, ນັກຮົບ 129 ຄົນ, 17 ໜ່ວຍລາດຕະເວນ ດ້ວຍພະນັກງານ, ນັກຮົບ 62 ຄົນ ເພື່ອຄວບຄຸມບັນດາດ່ານທ້ອງຖິ່ນ, ດ່ານປະເພນີລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ.

ທ່ານພັນເອກພິເສດ ຫງວຽນບ໊າທົງ ໃຫ້ຮູ້ວ່າ: “ກອງບັນຊາການທະຫານຊາຍແດນແຂວງ ກໍ່ຊີ້ນໍາບັນດາກໍາລັງສືບສວນ, ປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກໍາ, ຂົນຂວາຍມະຫາຊົນສົມທົບກັບບັນດາກໍາລັງກໍາແໜ້ນສະພາບການໃນບໍລິເວນ, ບໍ່ປະໃຫ້ເກີດສະພາບຄົນເຂົ້າເມືອງຜ່ານຊາຍແດນຢ່າງຜິດກົດໝາຍ, ຊ້ອນແຝງຄວາມສ່ຽງແຜ່ລະບາດໃນວົງຄະນະຍາດ”.

leftcenterrightdel
ກໍາລັງເຈົ້າໜ້າທີ່ແຂວງກວ້າງນາມ ເຮັດລະບຽບການເຂົ້າເມືອງໃຫ້ນັກສຶກສາລາວ 355 ຄົນ. ພາບ: ຮົ່ງແອັງ. 

ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກວ້າງນາມ ຍັງສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດແຂວງເຊກອງ  ໂຄສະນາໃຫ້ຄົນຫວຽດນາມ ກໍາລັງທໍາມາຫາກິນ, ດໍາລົງຊີວິດຢູ່ລາວ ມີຄວາມອຸ່ນອ່ຽນໃຈ; ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດຂອງອໍານາດການປົກຄອງປະເທດປະຈໍາຖີ່ນຢ່າງເຂັ້ມງວດ. ທະຫານຊາຍແດນແຂວງກວາງນາມ ໄດ້ສ້າງໂທລະສັບສາຍດ່ວນ, ແລກປ່ຽນກັບກໍາລັງປ້ອງກັນຊາຍແດນປະເທດລາວ ກ່ຽວກັບສະພາບພະຍາດ, ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດເປັນປະຈໍາ.

ຄຽງຂ້າງນັ້ນ, ທະຫານຊາຍແດນແຂວງກວ້າງນາມ ໄດ້ໜູນຊ່ວຍເຂົ້າສານ, ທັນຍາຫານ ແລະສະບຽງອາຫານ, ວັດຖຸອຸປະກອນການແພດ ແລະອຸປະກອນຕ່າງໆ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍມູນຄ່າກວ່າ 450 ລ້ານດົ່ງ ໃຫ້ອໍານາດການປົກຄອງ, ກໍາລັງປະກອບອາວຸດ ກໍ່ຄືປະຊາຊົນແຂວງເຊກອງ (ລາວ). ພືດຕິກຳດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນຂອງທະຫານຊາຍແດນແຂວງກວ້າງນາມ ກັບບັນດາກໍາລັງທີ່ພວມປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງແຂວງເຊກອງ (ລາວ) ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ທະຫານຊາຍແດນແຂວງກວ້າງນາມ ໜູນຊ່ວຍທັນຍາຫານ ແລະສະບຽງອາຫານ, ວັດຖຸອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນແຂວງເຊກອງ (ລາວ). ພາບ: ພາບ: ຮົ່ງແອັງ.

ທ່ານພັນເອກ ຈັນຮອນ ຕາງພະໄຊ, ກອງບັນຊາການທະຫານແຂວງເຊກອງ ໃຫ້ຮູ້ວ່າ: “ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດໃນໂລກ, ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກນາໆປະການກໍ່ຕາມ, ແຕ່ແຂວງກວ້າງນາມ ເວົ້າລວມ, ທະຫານຊາຍແດນແຂວງກວ້າງນາມ ເວົ້າສະເພາະໄດ້ໜູນຊ່ວຍອໍານາດການປົກຄອງ, ກໍາລັງປະກອບອາວຸດກໍ່ຄືປະຊາຊົນລາວ ທາງດ້ານວັດຖຸ, ອຸປະກອນການແພດ ແລະແບ່ງປັນບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດ. ຜ່ານນັ້ນ, ໄດ້ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງຝ່າຍຂຶ້ນຕື່ມ, ປະກອບສ່ວນສະກັດກັ້ນພະຍາດ ແລະປົກປ້ອງສຸຂະພາບເພື່ອໃຫ້ພະນັກງານ, ນັກຮົບໃນກົມກອງປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ”.

ຜ່ານບັນດາມາດຕະການສົມທົບກັນປ້ອງກັນ, ຕ້ານພະຍາດໂຄວິດ-19, ກໍາລັງເຈົ້າໜ້າທີ່ສອງປະເທດຫວຽດນາມ-ລາວ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ, ຄວາມສະໜິດຕິດແໜ້ນລະຫວ່າງສອງປະເທດ.

ໂດຍ: ເກື່ອງດັ້ງ