ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາງ ຕ່າວທິແທັງເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາສິງກະໂປ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບທ່ານ ຄອນເພັງ ທໍາມະວົງ ເອກອັກຄະລັດຖະທູດລາວ ພ້ອມກັບພັນລະຍາ ແລະບັນດາພະນັກງານສະຖານທູດລາວ ໄດ້ໄປຢ້ຽມຢາມ ແລະອວຍພອນບຸນເຕັດສະຖານທູດຫວຽດນາມ ປະຈໍາສິງກະໂປ. ທ່ານນາງ ຕ່າວທິແທັງເຮືອງ ເນັ້ນໜັກວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດອ້າຍນ້ອງ, ມີສາຍພົວພັນແບບພິເສດ. ບົນຈິດໃຈນັ້ນ, ໃນໄລຍະຜ່ານມາ, ສະຖານທູດສອງປະເທດ ປະຈໍາສິງກະໂປ ຍາມໃດກໍ່ຮັກສາສາຍພົວພັນທີ່ສະໜິດສະໜົມ, ຄວາມໃກ້ຊິດຕິດແທດ ແລະການສົມທົບກັນຢ່າງແໜ້ນແຟ້ນໃນໜ້າທີ່ວຽກງານ.

leftcenterrightdel
ທ່ານ ຄອນເພັງ ທໍາມະວົງ ເອກອັກຄະລັດຖະທູດລາວ ປະຈໍາສິງກະໂປ ອວຍພອນສະຖານທູດຫວຽດນາມ ປະຈໍາສິງກະໂປ ເນື່ອງໃນໂອກາດບຸນປີໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຄອນເພັງ ທໍາມະວົງ ເນັ້ນໜັກວ່າ ການຮ່ວມມື ແລະນໍ້າໃຈສາມັກຄີລະຫວ່າງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຈະນັບມື້ນັບແຮງກວ່າອີກພາຍຫຼັງທີ່ສອງປະເທດໄດ້ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຜ່ານມາ. ການນໍາພັກສອງປະເທດໄດ້ມີການໂອ້ລົມທາງໂທລະສັບພາຍຫຼັງກອງປະຊຸມໃຫຍ່ຢູ່ແຕ່ລະປະເທດ ແລະການນໍາພັກປະຊາຊົນປະຕິວັດລາວ ໄດ້ສະແດງຄວາມຊົມເຊີຍເມື່ອທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ເລືອກຕັ້ງເປັນການນໍາພັກກອມມູນິດຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານນາງ ຕ່າວທິແທັງເຮືອງ ໄດ້ແນະນໍາກັບທ່ານ ຄອນເພັງ ທໍາມະວົງ ພ້ອມກັບພັນລະຍາ ແລະບັນດາພະນັກງານສະຖານທູດລາວ ກ່ຽວກັບເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ ໃນໂອກາດບຸນປີໃໝ່ປະຈໍາຊາດປີສະຫຼູ 2021.

ໂດຍ: ເຈິ່ນຮວ່ຽນ