leftcenterrightdel
ທ່ານ ຫງວຽນຈ໊ຽນຖັ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງອຽນບ໊າຍ ພ້ອມດ້ວຍຄະນະປະຕິບັດງານ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ. ພາບ: yenbai.gov.vn.

ພາຍຫຼັງຮັບຟັງການນໍາໂຮງຮຽນວິທະຍາໄລການແພດອຽນບ໊າຍ ລາຍງານຜົນງານ, ໝາກຜົນທີ່ບັນລຸໄດ້ຂອງໂຮງຮຽນ, ພິເສດແມ່ນວຽກງານການຮຽນ-ການສອນຂອງອາຈານ ແລະນັກສຶກສາລາວຢູ່ໂຮງຮຽນ, ທ່ານ ຫງວຽນຈ໊ຽນຖັ໊ງ ໄດ້ຊົມເຊີຍ ແລະຮັບຮູ້ບັນດາໝາກຜົນທີ່ໂຮງຮຽນບັນລຸໄດ້ໃນປີຜ່ານມາ ແລະສະເໜີໃຫ້ທາງໂຮງຮຽນເອົາໃຈໃສ່ກວ່າອີກເພື່ອໃຫ້ນັກສຶກສາລາວມີເງື່ອນໄຂເສີມຂະຫຍາຍຄວາມສາມາດຂອງຕົນ, ເປັນເຈົ້າການຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະຮ່ວມມືລະຫວ່າງລາວ ແລະຫວຽດນາມ ແລະລະຫວ່າງແຂວງໄຊຍະບູລີ, ແຂວງວຽງຈັນ ກັບແຂວງອຽນບ໊າຍ.

ໃນໂອກາດນີ້, ທ່ານ ຫງວຽນຈ໊ຽນຖັ໊ງ ໄດ້ອວຍພອນໃຫ້ພະນັກງານ, ອາຈານ ແລະນັກສຶກສາຕ້ອນຮັບປີໃໝ່ຢ່າງມີຄວາມມ່ວນຊື່ນ, ປອດໄພ, ມີຄວາມຜາສຸກ ແລະຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

ໂດຍ: ເກື່ອງດັ້ງ