ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານ ທອງສະລິດ ມັງໜໍ່ເມັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ; ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດລາວ; ທ່ານ ສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ... ໄດ້ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນ 91 ປີຜ່ານມາພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ.

leftcenterrightdel
ທ່ານ ທອງສະລິດ ມັງໜໍ່ເມັກ ມອບດອກໄມ້ອວຍພອນໃຫ້ແກ້ທ່ານນາງ ຈິ້ງທິເຕິມ ອຸປະທູດຊົ່ວຄາວ ສະຖານທູດຫວຽດນາມ ປະຈໍາ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຄະນະບໍລິຫານງານສູນກາງພັກ ຊຸດໃໝ່, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍພະຍາດໂຄວິດ-19 ກໍ່ຂຶ້ນ, ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກ ແລະສໍາເລັດບັນດາເປົ້າໝາຍໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ທ່ານນາງ ຈິ້ງທິເຕິມ ອຸປະທູດຊົ່ວຄາວສະຖານທູດຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ທຸກໄຊຊະນະຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດຊຸມເດືອນປີຜ່ານມາລ້ວນແຕ່ຕິດພັນກັບການສະໜັບສະໜູນຂອງພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ; ໃຫ້ຄໍາໝັ້ນສັນຍາວ່າ ສະຖານທູດຫວຽດນາມ ປະຈຳ ລາວ ຍາມໃດກໍ່ມານະພະຍາຍາມເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ, ຈາກນັ້ນປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ