ທີ່ການສົນທະນາທາງໂທລະສັບ, ທ່ານ ທອງລຸນ ສີສຸລິດ ສະແດງຄວາມຊົມເຊີຍຕໍ່ພັກກອມມູນິດຫວຽດນາມ ທີ່ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIII ປະສົບຜົນສໍາເລັດ; ສະແດງຄວາມຍິນດີຕໍ່ສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ; ທ່ານກໍ່ໄດ້ຕີລາຄາສູງຕໍ່ບົດບາດ, ຄຸນງາມຄວາມດີປະກອບສ່ວນ ແລະ​ຊື່​ສຽງຂອງສະຫາຍ ຫງວຽນຝູຈ້ອງ ທີ່ມີຕໍ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ແລະສາຍພົວພັນສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ; ທ່ານ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນຝູຈ້ອງ ເປັນຜູ້ນໍາ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ແລະໃຫຍ່ຫຼວງກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງມີໄຊ, ສ້າງສາປະເທດຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະວັດທະນາຖາວອນໃນກາງສະຕະວັດທີ XXI.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ແລະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ການນໍາສອງທ່ານເນັ້ນໜັກເຖິງປີ 2021 ແມ່ນປີທໍາອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ, ສອງຝ່າຍຄວນຕັດສິນໃຈຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວ, ຄຽງບ່າຄຽງໄຫຼ່ນຳກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະສົມທົບກັນຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງການນໍາສອງພັກ, ສອງລັດຢ່າງມີປະສິດທິຜົນ ແລະແທດຈິງກວ່າອີກ...

ໂດຍ: ທູຈາງ