ບັນດາເອກະສານທີ່ກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ຢັ້ງຢືນທັດສະນະ, ແນວຄິດທີ່ມີຫົວຄິດປະດິດສ້າງ, ເຊິ່ງມີຄຸນຄ່າໃນການກໍານົດທິດທາງ ແລະການຊີ້ນໍາຢ່າງເລິກເຊິ່ງຕໍ່ທຸກໆການເຄື່ອນໄຫວຂອງພັກ, ລັດຖະບານຫວຽດນາມ ເພື່ອພັດທະນາປະເທດຊາດຢ່າງຍືນຍົງໃນໄລຍະໃໝ່.

ກອງປະຊຸມໃຫຍ່ໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຫວນຄືນໄລຍະ 10 ປີແຫ່ງການຈັດຕັ້ງປະຕິບັດໂຄງການດໍາເນີນງານກໍ່ສ້າງປະເທດຊາດໃນໄລຍະການຫັນໄປສູ່ສັງຄົມນິຍົມ (ການເພີ່ມຕື່ມ, ການພັດທະນາໃນປີ 2011), ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນໄລຍະ 10 ປີ, ຄື: ປີ 2011-2020, 30 ປີແຫ່ງການຈັດຕັ້ງປະຕິບັດໂຄງການດໍາເນີນງານປີ 1991, 35 ປີແຫ່ງການຈັດຕັ້ງປະຕິບັດແຜນນະໂຍບາຍການປ່ຽນແປງໃໝ່, ການສະເໜີທິດທາງ, ໜ້າທີ່ວຽກງານໄລຍະ2021-2026, ການກຳນົດເປົ້າໝາຍ, ທິດທາງເຖິງປີ 2030 ແລະວິໄສທັດໃນການພັດທະນາປະເທດຊາດເຖິງປີ 2045.

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດວິໄສທັດໃນໄລຍະໄກຕື່ມອີກຮອດກາງສະຕະວັດທີ XXI, ສູ້ຊົນນໍາພາປະເທດຊາດໃຫ້ກາຍເປັນປະເທດພັດທະນາ, ສອດຄ່ອງກັບທິດສັງຄົມນິຍົມ, ກຳນົດເປົ້າໝາຍ ແລະໜ້າທີ່ວຽກງານອັນສະເພາະໃຫ້ສຳເລັດໃນທຸກໆໄລຍະການເດີນທາງ; ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບລັກສະນະການສືບທອດ ແລະການພັດທະນາ, ລັກສະນະຕໍ່ເນື່ອງ ແລະສົມບູນໃນຂະບວນການກໍ່ສ້າງສັງຄົມນິຍົມຂອງປະເທດ. ກອງປະຊຸມໃຫຍ່ໄດ້ວາງອອກບັນດາເປົ້າໝາຍຢ່າງລະອຽດເພື່ອບັນລຸຂີດໝາຍການພັດທະນາທີ່ສຳຄັນຂອງຫວຽດນາມ, ຄື: ຮອດປີ 2025, ໃນວັນຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ຢ່າງສົມບູນ ແລະການທ້ອນໂຮມປະເທດຊາດ, ຫວຽດນາມ ສູ້ຊົນເປັນປະເທດທີ່ກຳລັງພັດທະນາເຊິ່ງປະກອບມີອຸດສາຫະກຳທີ່ທັນສະໄໝ, ລື່ນລະດັບລາຍໄດ້ສະເລ່ຍປານກາງ; ຮອດປີ 2030, ໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ, ຫວຽດນາມ ສູ້ຊົນກາຍເປັນປະເທດທີ່ກຳລັງພັດທະນາດ້ວຍອຸດສະຫະກຳທີ່ທັນສະໄໝ ແລະມີລາຍໄດ້ສະເລ່ຍສູງ; ຮອດປີ 2045, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ ຄົບຮອບ 100 ປີ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ), ຫວຽດນາມ ສູ້ຊົນກາຍເປັນປະເທດທີ່ພັດທະນາດ້ວຍລາຍໄດ້ສູງ.

leftcenterrightdel
ຜົນສຳເລັດຂອງກອງປະຊຸມໃຫຍ່ພັກຂອງສອງປະເທດຫວຽດນາມ-ລາວ ໄດ້ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ພາບ: kpl.gov.la.

ເປົ້າໝາຍລວມ ແລະເປົ້າໝາຍອັນສະເພາະທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກເປັນພື້ນຖານສຳຄັນທີ່ສຸດໃນການກຳນົດທິດທາງ, ໜ້າທີ່ວຽກງານ ແລະວິທີແກ້ໄຂໃນການກໍ່ສ້າງ ແລະພັດທະນາປະເທດຊາດ ແລະປົກປັກຮັກສາປະເທດຊາດ; ເຊິ່ງຮັບປະກັນຄວາມສອດຄ່ອງ, ຄວາມເປັນໄປໄດ້, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໄລຍະຍາວ, ມີຈຸດສຸມ ແລະບັນດາຂອດກ້າວກະໂດດທີ່ເປັນຍຸດທະສາດແມ່ນຈຳເປັນຕ້ອງໄດ້ປະຕິບັດກ່ອນ; ເພື່ອສ້າງຄວາມເປັນເອກະພາບຈາກຈິດສຳນຶກເຖິງການກະທຳຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ ໃນໄລຍະນີ້ຈົນຮອດກາງສະຕະວັດທີ XXI.

ຜົນສຳເລັດຂອງກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ XIII ໄດ້ດໍາເນີນຂຶ້ນທ່າມກາງບັນຍາກາດທີ່ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ອ້າຍນ້ອງ ຫາກໍ່ສໍາເລັດການຈັດກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ໃນວັນທີ 13-15 ມັງກອນ 2021 ທີ່ຜ່ານມາ. ກອງປະຊຸມໃຫຍ່ໄດ້ເລືອກທ່ານ ທອງລຸນ ສີສຸລິດ ເພື່ອດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI.

ເພື່ອສືບຕໍ່ນຳພາພາລະກິດປ່ຽນແປງໃໝ່ໃຫ້ບັນລຸເປົ້າໝາຍດ້ວຍຜົນສຳເລັດອັນຈົບງາມໃນຊຸມປີຕໍ່ໜ້າ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງສືບຕໍ່ປັບປຸງຮັດແໜ້ນລະບອບປະຊາທິປະໄຕ, ສ້າງການປ່ຽນແປງທີ່ເຂັ້ມແຂງ, ເລິກເຊິ່ງ ແລະຮອບດ້ານເພື່ອກ້າວໄປສູ່ສັງຄົມນິຍົມ, ຖືເອົາວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກງານພື້ນຖານ, ການພັດທະນາ ແລະການແກ້ໄຂບັນຫາເສດຖະກິດແມ່ນໜ້າທີ່ຈຸດສຸມ, ການພັດທະນາຊັບພະຍາກອນມະນຸດ ແລະການຕອບສະໜອງແຮງງານທີ່ມີສີມືສຳລັບໂຄງການພັດທະນາແມ່ນໜ້າທີ່ອັນດັບໜຶ່ງ, ການຍົກສູງຄຸນນະພາບຂອງວຽກງານພັກ ແລະພະນັກງານແມ່ນປັດໃຈຕັດສິນ.

ກອງປະຊຸມໃຫຍ່ຂອງ XI ຍັງໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025) ໂດຍມີ 6 ເປົ້າໝາຍໃຫຍ່, ໃນນັ້ນສູ້ຊົນຮັກສາອັດຕາການເຕີບໂຕຂອງເສດຖະກິດໃຫ້ຢູ່ໃນລະດັບ 4% ຂຶ້ນໄປຕາມທິດທາງມີຄຸນນະພາບ, ມີຈຸດສຸມ, ການພັດທະນາສີຂຽວ ແລະຍືນຍົງ, ນໍາພາປະເທດຊາດຫຼຸດພົ້ນອອກຈາກສະພາບປະເທດດ້ອຍພັດທະນາ; ເສີມຂະຫຍາຍ ແລະນຳໃຊ້ທ່າແຮງພື້ນຖານຂອງປະເທດໃນການພັດທະນາເພື່ອເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ...

ທົ່ວພັກ ແລະທົ່ວປວງຊົນລາວ ທຸກທົ່ວໜ້າເຊື່ອໝັ້ນວ່າ: ດ້ວຍແນວທາງ ແລະນະໂຍບາຍທີ່ຖືກຕ້ອງເຊິ່ງກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ໄດ້ວາງອອກ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກປະຊາຊົນປະຕິວັດລາວ ແລະປະເທດຊາດ, ດ້ວຍການສະໜັບສະໜູນ ແລະການຮ່ວມມືຂອງບັນດາປະເທດອ້າຍນ້ອງ, ເພື່ອນມິດ, ບັນດາປະເທດອາຊຽນ ແລະທົ່ວໂລກ ກໍ່ຄືບັນດາອົງການຈັດຕັ້ງສາກົນ, ພາລະກິດການປົກປັກຮັກສາ ແລະສ້າງສາປະເທດລາວ ຈະສາມາດຜ່ານຜ່າບັນດາສິ່ງທ້າທາຍ, ສືບຕໍ່ຍາດມາໄດ້ເຊິ່ງຜົນສຳເລັດທີ່ສຳຄັນ, ບັນລຸເປົ້າໝາຍສັງຄົມນິຍົມ...

ໂດຍການທີ່ສອງພັກມີແຫຼ່ງກໍາເນີດມາຈາກຮາກຖານດຽວກັນນັ້ນ ກໍ່ຄືພັກກອມມູນິດອິນດູຈີນ ແລະພ້ອມກັນຈັດຕັ້ງກອງປະຊຸມໃຫຍ່ຂອງພັກຂອງແຕ່ລະພັກໃນເດືອນດຽວກັນຢ່າງມີຜົນສຳເລັດ, ພວກເຮົາເຊື່ອໝັ້ນວ່າ, ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະແທດຈິງເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ຄື: ສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ, ສ້າງປະເທດຫວຽດນາມ ໃຫ້ເປັນປະເທດຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ເນື້ອໃນ: ຂປລ