ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກຄັ້ງໜຶ່ງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ທີ່ຜ່ານມາ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດມາຍັງສະຫາຍ.

ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນສຳຄັນນີ້ອີກວາລະໜຶ່ງເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງທົ່ວພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ບົດບາດອັນພົ້ນເດັ່ນພຽງພ້ອມໄປດ້ວຍບົດຮຽນ ແລະ ປະສົບການໃນການຊີ້ນໍາ-ນຳພາໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂອງສະຫາຍຕະຫຼອດໄລຍະຜ່ານມາ.

leftcenterrightdel
ສະຫາຍ ຫງວຽນຟູຈ້ອງ ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ. ພາບ: qdnd.vn.

ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ມີກຽດສະຫງ່າ ທີ່ມີສະຫາຍເປັນຜູ້ນຳໜ້າ, ປະຊາຊົນຫວຽດນາມ ອ້າຍນ້ອງຈະສືບຕໍ່ຍາດໃດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ເພື່ອບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ກາຍເປັນປະເທດພັດທະນາໃນກາງສະຕະວັດທີ 21 ຕາມທິດສັງຄົມນິຍົມ.

ພວກຂ້າພະເຈົ້າຂໍຢືນຢັນວ່າຈະສືບຕໍ່ຮ່ວມກັບສະຫາຍ ແລະ ການນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນພິເສດທີ່ຫາຍາກ ແລະ ບໍລິສຸດຜຸດຜ່ອງລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງປະເທດພວກເຮົາ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃຫຍ່ຫຼວງໃນການປະຕິບັດໜ້າທີ່ອັນສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຖານສະຫາຍ,

ໃນໂອກາດນີ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງສະຫາຍ ຫງວຽນຊວັນຟຸກ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງການຕ່າງປະເທດກໍໄດ້ສົ່ງສານຊົມເຊີຍເຖິງສະຫາຍ ຟ້າມບິ່ງມິງ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເຊັ່ນດຽວກັນ.

ເນື້ອໃນ: ຂປລ