ບັນດາກໍລະນີກັບຄືນປະເທດນັ້ນມີບັນດາເລື່ອງລາວແຫ່ງຄວາມຮັກທີ່ງົດງາມລະຫວ່າງຄູ່ຜົວເມຍຢູ່ສອງຟາກຊາຍແດນ, ເຖິງວ່າປະສົບອຸປະສັກຫຼາຍຢ່າງ, ແຕ່ສຸດທ້າຍໄດ້ຮັບຄວາມສຸກຢ່າງສົມບຸນ. ນັບແຕ່ນີ້, ຄູ່ຜົວເມຍໄດ້ມີໃບສົມລົດ, ລູກເກີດມາມີໃບລາຍເກີດ, ໄດ້ຮ່ວມດຳລົງຊີວິດນຳກັນໃນຄວາມຜາສຸກ.

leftcenterrightdel
ບ້ານວັດທະນະທໍາດັ໊ກຣັງ ຕ້ອນຮັບສະມາຊິກໃໝ່. ພາບ: doisongphap luat.com.

ພ້ອມກັບຄວາມເບີກບານມ່ວນຊື່ນລວມຂອງບັນດາຄອບຄົວມີຍາດຕິພີ່ນ້ອງຫາກໍ່ໄດ້ເຂົ້າສັນຊາດ, ກັບເມືອເຕົ້າໂຮມກັບຄອບຄົວ, ບ້ານ, ໂອ້ລົມກັບພວກຂ້າພະເຈົ້າ, ທ່ານ ເບີ່ລອງເຮິມ - ຮອງປະທານຄະນະກໍາມະການປະຊາຊົນຕາແສງດັ໊ກຢຸກ ໃຫ້ຮູ້ວ່າ: “ຕາແສງມີ 7 ຄອບຄົວ, 9 ຄົນຫາກໍ່ໄດ້ຮັບຂໍ້ຕົກລົງເຂົ້າສັນຊາດຫວຽດນາມ. ປະຈຸບັນເຂົາເຈົ້າພວມຕັ້ງຖິ່ນຖານຢູ່ໃນຕາແສງ. ນີ້ແມ່ນສິ່ງທີ່ໜ້າພາກພູມໃຈ, ເພາະວ່ານັບແຕ່ນີ້ຄອບຄົວເຂົາເຈົ້າໄດ້ເຕົ້າໂຮມນຳກັນ ແລະຮ່ວມກັນທຳມາຫາກິນພັດທະນາເສດຖະກິດ”.

ຕາມທ່ານເຮິມ ແລ້ວ, ສາຍເຫດທີ່ພາໃຫ້ຊົນເຜົ່າແຣຈຽງມີຫຼາຍຄົນພວມດໍາລົງຊີວິດຢູ່ປະເທດເພື່ອນມິດລາວ, ແມ່ນຍ້ອນວ່າໃນສະໄໝສົງຄາມເຂດທີ່ເຂົາເຈົ້າພວມດຳລົງຊີວິດເອີ້ນວ່າເຂດ H40 (ນີ້ແມ່ນເຂດຕິດກັບຊາຍແດນສອງປະເທດຫວຽດນາມ-ລາວ). ພາຍຫຼັງສົງຄາມສິ້ນສຸດລົງ, ຊາວຫວຽດນາມ ຢູ່ H40 (ເມືອງດັກຈຶງ, ແຂວງເຊກອງ, ລາວ), ສ່ວນໜຶ່ງດໍາລົງຊີວິດຢູ່ລາວ, ສ່ວນຍັງເຫຼືອແມ່ນຍ້າຍໄປເຮັດເສດຖະກິດໃໝ່ຢູ່ຕາແສງດັ໊ກຢຸກ. ເຖິງຢ່າງໃດກໍ່ຕາມ, ຍ້ອນໃນເມື່ອກ່ອນເຂົາເຈົ້າເຄີຍດຳລົງຊີວິດຢູ່ບ້ານດ່ຽວກັນ, ສະນັ້ນຈຶ່ງໄປມາຢ້ຽມຢາມກັນເປັນປະຈໍາ. ມີບາງຄົນເຖິງວ່າຖືສັນຊາດລາວ ແຕ່ເມື່ອມາຢ້ຽມຢາມຍາດຕິພີ່ນ້ອງຢູ່ຫວຽດນາມ ບໍ່ໄດ້ກັບຄືນບ້ານອີກ, ຫາກຕັ້ງຖິ່ນຖານຢູ່ຫວຽດນາມ ເລີຍ.

ບັນດາພົນລະເມືອງໄດ້ເຂົ້າສັນຊາດຫວຽດນາມ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່ຂອງການນໍາພັກ, ລັດ, ລັດຖະບານຫວຽດນາມ ແລະອຳນາດການປົກຄອງທ້ອງຖິ່ນທີ່ໄດ້ໜູນຊ່ວຍເຮັດລະບຽບການນິຕິກໍາ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເຂົ້າສັນຊາດຫວຽດນາມ. ເຂົາເຈົ້າໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມສູ້ຊົນ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນກັບວົງຄະນະຍາດຢູ່ທ້ອງຖິ່ນບ່ອນທີ່ເຂົາເຈົ້າອາໄສ, ທຳມາຫາກິນ, ພັດທະນາເສດຖະກິດ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວເປັນປົກກະຕິ, ປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ ແລະນະໂຍບາຍ, ກົດໝາຍຂອງລັດຫວຽດນາມ ຢ່າງເຂັ້ມງວດ.

ໃນເຮືອນຫຼັງນ້ອຍໆປະຖົມປະຖານ, ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍກໍ່ຕາມ, ແຕ່ຜົວເມຍອ້າຍ ເບີ່ຣໍ ທິ (ເກີດປິ 1980) ຍັງຮູ້ສຶກດີໃຈຫຼາຍ. ອ້າຍດີໃຈຍ້ອນຕົນແມ່ນພົນລະເມືອງຫວຽດນາມ ຖືກຕາມກົດໝາຍ. ສ່ວນເອື້ອຍດີໃຈຍ້ອນນັບແຕ່ນີ້ຊີວິດຂອງຕົນໄດ້ມີອ້າຍແລ້ວ, ຄອບຄົວໄດ້ເຕົ້າໂຮມກັນໃນເຮືອນຫຼັງດ່ຽວ. ອ້າຍ ເບີ່ຣໍ ທິ ແບ່ງປັນດ້ວຍຄວາມພາກພູມໃຈວ່າ: “ເຮົາມີຊື່ໃນປຶ້ມສຳມະໂນຄົວຂອງຄອບຄົວແລ້ວ. ນັບແຕ່ນີ້ເຮົາແມ່ນພົນລະເມືອງທີ່ຖືກຕ້ອງຕາມກົດໝາຍຢູ່ຕາແສງດັ໊ກຢຸກ. ດຽວນີ້, ຜົວເມຍເຮົາສາມາດກູ້ຢືມທຶນຈາກທະນາຄານເພື່ອທຳມາຫາກິນ, ພັດທະນາເສດຖະກິດ”.

ຕາມອ້າຍ ເບີ່ຣໍ ທິ ແລ້ວ, ອ້າຍກໍາເນີດ ແລະເຕີບໃຫຍ່ຢູ່ເມືອງດັກຈຶງ (ແຂວງເຊກອງ, ລາວ). ຢູ່ລາວ, ເສດຖະກິດຂອງຄອບຄົວອ້າຍ ກໍ່ຄືຫຼາຍຄອບຄົວອື່ນແມ່ນຂຶ້ນກັບການຜະລິດກະສິກໍາ. ທີ່ດິນແຫ້ງແລ້ງ, ຊີວິດການເປັນຢູ່ຂອງຄອບຄົວໃດກໍ່ປະສົບກັບຄວາມຫຍຸ້ງຍາກ, ລຳບາກກາກກຳ. ເມື່ອອາຍຸ 20 ປີ, ໃນການມາຢ້ຽມຢາມຍາດຕິພີ່ນ້ອງຢູ່ຕາແສງດັ໊ກຢຸກ ອ້າຍເກີດຄວາມຮັກກັບເອື້ອຍອີຮັ່ງ ແລະສາຍແນນໄດ້ພາໃຫ້ສອງຄົນກາຍເປັນຜົວເມຍແຕ່ບໍ່ຖືກລະບຽບ, ເຮັດໃຫ້ຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກຫຼາຍ. ອ້າຍ ເບີ່ຣໍ ທິ ແບ່ງປັນວ່າ: “ເຮົາແມ່ນເປົ້າໝາຍເຂົ້າຕັ້ງຖິ່ນຖານທີ່ບໍ່ຖືກຕ້ອງຕາມກົດໝາຍສະນັ້ນເມື່ອໄປໃສ, ຂໍເຮັດວຽກໃດກໍ່ບໍ່ໄດ້. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ທີ່ໄດ້ແຕ່ງຕັ້ງພະນັກງານລົງແນະນໍາໃຫ້ຕົນເຮັດສໍາເນົາເຂົ້າສັນຊາດ ແລະສໍາເລັດບັນດາລະບຽບການນິຕິກໍາເພື່ອຮັບປະກັນສິດຜົນປະໂຫຍດ, ຄື: ໃບສົມລົດ, ໃບລາຍເກີດ, ປຶ້ມສຳມະໂນຄົວ. ເຮົາດີໃຈຫຼາຍ, ເຮືອນຊານ, ລູກເມຍຂອງເຮົາລ້ວນແຕ່ຢູ່ທີ່ນີ້”.

ໂດຍ: ເຈິ່ນຮວ່ຽນ