ທີ່ການເຮັດວຽກ, ທ່ານພົນຈັດຕະວາ ຫງວຽນກ໊ວກຢວຽດ, ຫົວໜ້າກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ແນະນໍາໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງຮ່າໂນ້ຍ; ການກໍາເນີດຂະຫຍາຍຕົວ ແລະບັນດາຜົນງານທີ່ບັນລຸໄດ້ຂອງກໍາລັງປະກອບອາວຸດນະຄອນຫຼວງ...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນກ໊ວກຢວຽດ ຫົວໜ້າກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ສໍາລັບການພົວພັນຫວຽດນາມ-ລາວ, ທ່ານພົນຈັດຕະວາ ຫງວຽນກ໊ວກຢວຽດ ໄດ້ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບແບບພິເສດກັບລາວ. ທ່ານພົນຈັດຕະວາ ຫງວຽນກ໊ວກຢວຽດ ຕີລາຄາສູງຄວາມໝາຍແຫ່ງການຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍຂອງຄະນະຜູ້ແທນສະຖານທູດລາວ, VUFO ແລະສະມາຄົມມິດຕະພາບຫວຽດນາມ-ລາວ; ທ່ານ ຢັ້ງຢືນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີ ແລະປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້້ອ, ຄວາມສາມັກຄີ, ຄວາມສະໜິດຕິດພັນແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.

leftcenterrightdel
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ, ໃນຕະຫຼອດໄລຍະ 45 ປີຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີບໍລິສຸດຜຸດຜ່ອງ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ ແລະຫວຽດນາມ ໂດຍປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສະພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຖະນຸຖະໜອນ ແລະເພີ່ມພູນຄູນສ້າງ ພ້ອມກັບການນໍາ, ນັກປະຕິວັດຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ສືບຕໍ່ເສີມຂະຫຍາຍ, ປັດຈຸບັນໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງສອງປະເທດ. ສິ່ງນີ້ແມ່ນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງສອງປະເທດ, ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດແຕ່ລະປະເທດ, ເຊິ່ງບໍ່ອາດຈືດຈາງໄປໄດ້, ຫາກຍັງສືບຕໍ່ເພີ່ມທະວີທັງລວງກວ້າງ ແລະລວງເລິກໃນທຸກຂົງເຂດອີກດ້ວຍ.

ເນັ້ນໜັກເຖິງຄວາມໝາຍຂອງການເຮັດວຽກ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ເຫດການນີ້ສະແດງໃຫ້ເຫັນການພົວພັນອັນສະໜິດສະໜົມ, ສະໜິດຕິດພັນທີ່ເປັນມູນເຊື້ອອັນດີງາມແຫ່ງນໍ້າໃຈສາມັກຄີແບບພິເສດ ເຊິ່ງ ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ສະຫງວນໃຫ້ແກ່ກອງທັບ ແລະປະຊາຊົນ ລາວ; ພ້ອມທັງ ຫວັງວ່າ ຄົນຮຸ່ນໜຸ່ມສອງປະເທດ ຈະສືບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍການພົວພັນສາມັກຄີແບບພິເສດນີ້ໃຫ້ໝັ້ນແກ່ນ.

ໂດຍ: ກວຽດເຕິມ