leftcenterrightdel
ພິທີມອບເຄື່ອງຂອງທີ່ຈໍາເປັນໃຫ້ແກ່ກໍາລັງປະກອບອາວຸດຢູ່ດ່ານຊາຍແດນອາເດີດ-ຕາວ່າງ. ພາບ: bienphong.com.vn.

ທີ່ດ່ານຊາຍແດນອາເດີດ-ຕາວ່າງ ແລະຮົ່ງເວິນ-ໂກຕ່າຍ, ຄະນະປະຕິບັດງານ ໄດ້ມອບເຂົ້າສານ 9 ໂຕນ ແລະເຄື່ອງຂອງທີ່ຈໍາເປັນອື່ນອີກ ຄື: ໝີ່ສໍາເລັດຮູບ, ເກືອ, ນໍ້າມັນພືດ, ນໍ້າປາ ແລະວັດຖຸອຸປະກອນການແພດຈໍານວນໜຶ່ງໃຫ້ແກ່ກອງຮ້ອຍທະຫານຊາຍແດນ 511, 531, ຄ້າຍຕໍາຫຼວດຕາວ່າງ, ໂກຕ່າຍ ແລະປະຊາຊົນຢູ່ບ້ານກາໂລ, ເຊຊາບ, ໂກຕ່າຍ ຂອງແຂວງສາລະວັນ ແລະເຊກອງ.

leftcenterrightdel
ພິທີມອບເຄື່ອງຂອງທີ່ຈໍາເປັນໃຫ້ແກ່ປະຊາຊົນບ້ານກາໂລ, ເມືອງກະລືມ, ແຂວງເຊກອງ, ລາວ. ພາບ: bienphong.com.vn.

ຍ້ອນພາຍຸນໍ້າຖ້ວມແກ່ຍາວໃນໄລຍະຜ່ານມາ, ບັນດາບໍລິເວນຕິດກັບຊາຍແດນຂອງແຂວງສາລະວັນ ແລະເຊກອງ (ລາວ) ກໍ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ. ເສັ້ນທາງຫຼາຍເສັ້ນຖືກເປ່ເພ, ການຈາລະຈອນຖືກຕັດຂາດ, ສະນັ້ນ, ການດໍາລົງຊີວິດຂອງປະຊາຊົນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານນາງ ຫງວຽນທິຊືວ, ເລຂາພັກເມືອງອາເລື໊ອຍ ໃຫ້ຮູ້ວ່າ: ໃນປະຈຸບັນ, ເຖິງວ່າເມືອງອາເລື໊ອຍ ຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຝ່າຍເພື່ອນລາວ ກໍ່ພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ ຍ້ອນພາຍຸນໍ້າຖ້ວມ, ຍ້ອນເຫດນັ້ນ, ເມືອງອາເລື໊ອຍ ໄດ້ລະດົມທຸກແຫຼ່ງກໍາລັງເພື່ອໜູນຊ່ວຍກໍາລັງປະກອບອາວຸດ ແລະປະຊາຊົນລາວຢູ່ເຂດຕິດກັບຊາຍແດນເມືອງອາເລື໊ອຍ ຜ່ານຜ່າຄວາມຫຍຸ້ງຍາກ, ສ້າງການດໍາລົງຊີວິດເປັນປົກກະຕິໂດຍໄວ.

ໂດຍ: ທູຈາງ