ເຫດການໂດຍສະຖານທູດຫວຽດນາມ ປະຈຳ ລາວ ສົມທົບກັບສະມາຄົມວິສາຫະກິດຫວຽດນາມຮ່ວມມື ແລະລົງທຶນຢູ່ລາວຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ພວມລົງທຶນ, ດຳເນີນທຸລະກິດຢູ່ລາວ ກວ່າ 100 ແຫ່ງ.

ແລກປ່ຽນກັບບັນດາຜູ້ແທນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ກອງປະຊຸມໄດ້ຈັດຕັ້ງເພື່ອແນໃສ່ຮັບເອົາບັນດາຄຳຄິດເຫັນ, ຂໍ້ສະເໜີແນະຂອງບັນດາວິສາຫະກິດຫວຽດນາມ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ລາວ ເພື່ອຍືນສະເໜີຕໍ່ນາຍົກລັດຖະມົນຕີສອງປະເທດພິຈາລະນາແກ້ໄຂເພື່ອມີບັນດາມາດຕະການແກ້ໄຂ ແລະໜູນຊ່ວຍບັນດາວິສາຫະກິດ. ແບ່ງປັນກັບຄວາມຫຍຸ້ງຍາກເຊິ່ງບັນດາວິສາຫະກິດຫວຽດນາມ ປະສົບໃນໄລຍະຜ່ານມາ, ພິເສດແມ່ນໃນປີ 2020 ດ້ວຍພະຍາດໂຄວິດ-19,  ທ່ານ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ໃນສະພາບແວດລ້ອມດ້ານການເມືອງ, ສັງຄົມມີຄວາມໝັ້ນຄົງ ແລະການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດ, ປະຈຸບັນ, ລາວ ແມ່ນປະເທດທີ່ມີຈຳນວນເງິນລົງທຶນອອກສູ່ຕ່າງປະເທດຫຼາຍທີ່ສຸດຂອງຫວຽດນາມ.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ພ້ອມກັບວິວັດການເຊື່ອມໂຍງ ແລະບັນດາສັນຍາການຄ້າເຊິ່ງລາວແມ່ນສະມາຊິກ, ຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ລາວ ຈະປະຕິບັດການປະຕິຮູບຫຼາຍຢ່າງກ່ຽວກັບກົນໄກນະໂຍບາຍເພື່ອສ້າງເງື່ອນໄຂສະດວກກວ່າອີກໃຫ້ບັນດາວິສາຫະກິດລົງທຶນຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດຂອງຫວຽດນາມ.

ບັນດາວິສາຫະກິດຖືວ່າ ເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດສົມກັບສາຍພົວພັນຫວຽດນາມ - ລາວ, ລັດຖະບານຫວຽດນາມ ຕ້ອງກໍ່ສ້າງກົນໄກສະດວກທີ່ສຸດ, ມີບັນດານະໂຍບາຍໜູນຊ່ວຍພິເສດສະເພາະກ່່ຽວກັບທຶນ, ແຫຼ່ງກຳລັງໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ, ບັນດາວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ລາວ ທີ່ໄດ້ທຳມາຫາກິນດຳລົງຊີວິດຢູ່ລາວ.

ບັນດາຄວາມຫຍຸ້ງຍາກ ແລະຂໍ້ຕິດຄັດໃນວິວັດການລົງທຶນ, ດຳເນີນທຸລະກິດຢູ່ລາວ ກໍ່ຕ້ອງໄດ້ຮັບການແກ້ໄຂເພື່ອໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດນັບມື້ນັບມີປະສິດທິຜົນກວ່າ, ປະກອບສ່ວນຊ່ວຍເສດຖະກິດຂອງລາວ ພັດທະນາ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ - ລາວ ກ່ວາອີກ.

ໂດຍ: ແສງເດືອນ