leftcenterrightdel

ທ່ານພັນເອກພິເສດ ເລວັນເຟືອງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງ ກວ້າງຈີ້ ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງສະຫວັນນະເຂດ. ພາບ: ມິງແຄ໊ງ.

ທ່ານພັນເອກພິເສດ ເລວັນເຟືອງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ໃຫ້ຮູ້ວ່າ: ໂດຍໄດ້ຮັບຂ່າວວ່າບັນດາທ້ອງຖິ່ນຂອງແຂວງສະຫວັນນະເຂດ ແລະສາລະວັນ ຖືກເສຍຫາຍຢ່າງໜັກໜ່ວງຍ້ອນຝົນຕົກນໍ້າຖ້ວມໃນໄລຍະຜ່ານມາ, ບົນຈິດໃຈ “ປັນເຂົ້າແບ່ງເສື້ອ”, ກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ໄດ້ຕົກລົງມອບເຂົ້າສານຈໍານວນ 12 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນ ແລະບັນດາກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະສະຫວັນນະເຂດ ໃຫ້ຜ່ານຜ່າໄລຍະຫຍຸ້ງຍາກນີ້.

leftcenterrightdel
ທ່ານພັນເອກ ຫງວຽນບ໊າຢວຽດ, ຮອງຫົວໜ້າການທະຫານ ກອງບັນຊາການ ທະຫານຊາຍແດນແຂວງກວ້າງຈີ້ ມອບເຂົ້າສານຈໍານວນ 3 ໂຕນໃຫ້ແກ່ ກອງບັນຊາການທະຫານແຂວງ ສາລະວັນ. ພາບ: ມິງແຄ໊ງ.

ທ່ານພັນເອກ ຈັນທາ ແສນສຸລິຍະວົງ, ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: ໃນສະພາບການຢູ່ແຂວງກວ້າງຈີ້ ກໍຄືຫຼາຍແຂວງ, ນະຄອນອື່ນຂອງຫວຽດນາມ ພວມຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸນໍ້າຖ້ວມນັ້ນ, ແຕ່ບົນຈິດໃຈຖານສະຫາຍອ້າຍນ້ອງ, ທາງກົມກອງຂອງຫວຽດນາມ ຍັງເອົາໃຈໃສ່ຊ່ວຍເຫຼືອພະນັກງານ ແລະປະຊາຊົນລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ຊ່ວຍໃຫ້ການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິ. ອາລົມຈິດຄວາມຮັກແພງອັນສັດຊື່ບໍລິສຸດຂອງພວກສະຫາຍອ້າຍນ້ອງກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ປຽບເໝືອນຕໍ່ກໍາລັງແຮງເພື່ອໃຫ້ບັນດາກໍາລັງປະກອບອາວຸດ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ ຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະຮ່ວມແຮງຮ່ວມໃຈກໍ່ສ້າງຊາຍແດນຫວຽດນາມ -  ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ໄຊຊະນະ