ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ພາຍຫຼັງໄດ້ຮັບຂ່າວທີ່ວ່າປະຊາຊົນຢູ່ແຂວງສະຫວັນນະເຂດ ແລະບັນດາແຂວງອ້ອມຂ້າງທີ່ຖືກເສຍຫາຍຢ່າງໜັກໜ່ວງຈາກຝົນຕົກນໍ້າຖ້ວມທີ່ເກີດຂື້ນໃນໄລຍະຜ່ານມາ, ບົນຈິດໃຈ “ເຂົ້າເມັດຫັກ, ຜັກເສັ້ນດ່ຽວກໍ່ແບ່ງປັນກັນ” ຂອງຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ມອບເຂົ້າສານ 1.000 ໂຕນເພື່ອຊ່ວຍປະຊາຊົນລາວ, ແຂວງສະຫວັນນະເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ ແລະເຮັດໃຫ້ການດໍາລົງຊີວິດເປັນປົກກະຕິໂດຍໄວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ພິທີ. ພາບ: baoquocte.vn.

ທີ່ພິທີມອບ-ຮັບ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ມອບຂອງຂວັນສຸດທີ່ມີຄວາມໝາຍນີ້, ນີ້ແມ່ນການສະໜັບສະໜູນຢ່າງທັນການໃຫ້ແກ່ປະຊາຊົນລາວ ເວົ້າລວມ ແລະປະຊາຊົນແຂວງສະຫວັນນະເຂດ ເວົ້າສະເພາະໃນໄລຍະຫຍຸ້ງຍາກນີ້. ທ່ານ ນາຍົກລັດຖະມົນຕີ ລາວໄດ້ເນັ້ນໜັກວ່າ ໃນສະຖານະການທີ່ຫວຽດນາມ ພວມປະສົບກັນຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸນໍ້າຖ້ວມຢູ່ບັນດາແຂວງພາກກາງນັ້ນ, ແຕ່ບົນຈິດໃຈສະຫາຍ, ອ້າຍນ້ອງ, ຍັງເອົາໃຈໃສ່ຊ່ວຍເຫຼືອປະຊາຊົນລາວ.

ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະຢັ້ງຢືນວ່າພັກ, ລັດ, ລັດຖະບານ ແລະປະຊາຊົນລາວ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍ່ອວຍພອນຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນປີ 2020 ສໍາເລັດຜົນ ແລະອວຍພອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ສໍໍາເລັດຜົນຢ່າງຈົບງາມ.

ພາຍໃຕ້ການເປັນສັກຂີພິຍານຂອງນາຍົກລັດຖະມົນຕີສອງປະເທດ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ມອບເຂົ້າສານ 1.000 ໂຕນເປັນສັນຍາລັກເຖິງທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ໂດຍ: ເກື່ອງດັ້ງ