ໃນການສໍາພາດ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ກໍ່ຄືບັນດາໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນຖານະເປັນປະທານອາຊຽນ 2020. ຕາມທ່ານ ທອງຜ່ານ ສະຫວັນເພັດ ແລ້ວ, ພາຍໃຕ້ການນໍາພາຂອງປະເທດເຈົ້າພາບຫວຽດນາມ, ເຖິງວ່າປະສົບກັບສິ່ງທ້າທາຍອັນໃຫຍ່ຫຼວງໂດຍພະຍາດໂຄວິດ-19 ກໍຂຶ້ນກໍ່ຕາມ, ແຕ່ອາຊຽນ ຍັງປະຕິບັດສໍາເລັດບັນດາເປົ້າໝາຍ, ຂໍ້ລິເລີ່ມຕ່າງໆ ກໍຄືບູລິມະສິດທີ່ໄດ້ວາງອອກກ່ອນ ແລະຫຼັງພະຍາດໂຄວິດ-19.

ທ່ານ ທອງຜ່ານ ສະຫວັນເພັດ ໃຫ້ຮູ້ວ່າ ຕາມແຜນການ, ຈໍານວນບັນດາເອກະສານຈະໄດ້ຮັບຮອງເອົາ, ຮັບຮູ້ ແລະປະກາດຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໃນຄັ້ງນີ້ຂຶ້ນເຖິງ 80 ສະບັບ. ນີ້ແມ່ນຈໍານວນເອກະສານຫຼາຍສຸດທີ່ເຄີຍໄດ້ຍົກອອກມາ ແລະແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າເຖິງວ່າປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງໃນປີ 2020, ແຕ່ພາຍໃຕ້ການນໍາພາຂອງປະເທດເຈົ້າພາບຫວຽດນາມ - ປະທານໝູນວຽນອາຊຽນ 2020, ທຸກໆແຜນການ ແລະຂໍ້ລິເລີ່ມ ເຊິ່ງອາຊຽນຍົກອອກມາລ້ວນແຕ່ປະຕິບັດສໍາເລັດດ້ວຍປະສິດທິພາບສູງ.

leftcenterrightdel
ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີການຕ່າງປະເທດລາວ ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອໄດ້ຖາມກ່ຽວກັບບາງບັນຫາທີ່ຄາດຄະເນວ່າຈະໄດ້ປຶກສາຫາລືຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ທ່ານ ທອງຜ່ານ ສະຫວັນເພັດ ຖືວ່າ ບັນຫາພົ້ນເດັ່ນທີ່ຈະສຸມໃສ່ຢູ່ກອງປະຊຸມຄັ້ງນີ້ແມ່ນການຮ່ວມມືເພື່ອສະກັດກັ້ນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19, ຮ່ວມມືເພື່ອຟື້ນຟູເສດຖະກິດ ຫຼື ຮັບມືກັບຜົນກະທົບທາງດ້ານເສດຖະກິດ-ສັງຄົມຂອງແຕ່ລະປະເທດສະມາຊິກ. ນອກຈາກນີ້, ການນໍາອາຊຽນ ອາດຈະປຶກສາຫາລືກ່ຽວກັບການຮ່ວມມືໃນອະນາຄົດ, ໃນນັ້ນມີການຄົ້ນຄວ້າກ່ຽວກັບວິທີສໍາຜັດກັບວັກຊິນກັນພະຍາດໂຄວິດ-19 ຂອງແຕ່ລະປະເທດເມື່ອມີວັກຊິນ; ວິທີກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ພິເສດແມ່ນການຈັດຕັ້ງປະຕິບັດວິໄສທັດ 2025 ຂອງອາຊຽນ ຫຼື ແຜນແມ່ບົດສັງລວມ 3 ເສົາຄໍ້າຂອງອາຊຽນ ລວມມີປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະປະຊາຄົມວັດທະນະທໍາ-ສັງຄົມ; ບັນຫາການພົວພັນກັບບັນດາປະເທດນອກອາຊຽນ, ບັນຫາພາກພື້ນ ແລະສາກົນ, ໃນນັ້ນມີບັນຫາແຫຼມເກົາຫຼີ, ການປ່ຽນແປງຂອງດິນຟ້າອາກາດ, ການຍົກສູງບົດບາດຂອງແມ່ຍິງ...

ໃຫ້ຂໍ້ສັງເກດກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020, ທ່ານ ທອງຜ່ານ ສະຫວັນເພັດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ມີບັນດາຂໍ້ລິເລີ່ມທີ່ເປັນປະໂຫຍດໃຫ້ແກ່ອາຊຽນ, ໃນນັ້ນມີບັນດາຂໍ້ລິເລີ່ມ ຄື ເພີ່ມທະວີການສະໜິດຕິດພັນປະຊາຄົມອາຊຽນ, ຕີລາຄາຄືນບັນດາແຜນແມ່ບົດສັງລວມ ກໍຄືການປະຕິບັດບົດບາດຂອງອາຊຽນ, ປຶກສາຫາລືມາດຕະການຮັດແຄບຄວາມແຕກໂຕນດ້ານການພັດທະນາລະຫວ່າງບັນດາປະເທດອາຊຽນ. ພິເສດແມ່ນໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ຫວຽດນາມ ໄດ້ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງບໍ່ພຽງແຕ່ກັບບັນດາປະເທດພາຍໃນອາຊຽນເທົ່ານັ້ນ ຫາກຍັງກັບບັນດາຄູ່ຮ່ວມມືນອກອາຊຽນອີກດ້ວຍ, ກ່ຽວກັບວິທີການຮ່ວມມືເພື່ອສະກັດກັ້ນ ແລະຕອບໂຕ້ກັບໂລກລະບາດ, ຟື້ນຟູພື້ນຖານເສດຖະກິດອາຊຽນເພື່ອສືບຕໍ່ເຕີບໂຕໃນອະນາຄົດ.

ທ່ານ ທອງຜ່ານ ສະຫວັນເພັດ ສະຫຼຸບວ່າບັນດາການປະກອບທີ່ພົ້ນເດັ່ນທີ່ສຸດຂອງຫວຽດນາມ ໃນປີເປັນປະທານໝູນວຽນອາຊຽນ 2020 ແມ່ນໄດ້ຍົກອອກບັນດາຂໍ້ລິເລີ່ມ ແລະປະຕິບັດສໍາເລັດບັນດາເປົ້າໝາຍ ແລະແຜນການທີ່ວາງອອກໃນປີ, ສິ່ງນີ້ໄດ້ປະກອບສ່ວນປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງອາຊຽນ, ຊ່ວຍໃຫ້ອາຊຽນມີຄວາມສາມັກຄີ ແລະສືບຕໍ່ຮັກສາໄດ້ບົດບາດໃຈກາງຂອງອາຊຽນໃນການຮ່ວມມືກັບບັນດາປະເທດນອກກຸ່ມ, ພ້ອມທັງສ້າງຄວາມສະໜິດຕິດພັນ ແລະສາມັກຄີກວ່າໃນອາຊຽນ.

ຄຽງຂ້າງນັ້ນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງຖືວ່າ ເລື່ອງ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ແມ່ນໄດ້ສະແດງໃຫ້ເຫັນບົດບາດຂອງຕົນຢູ່ເວທີສາກົນ. ຫວຽດນາມ ກໍຊ່ວຍເພີ່ມທະວີບົດບາດຂອງອາຊຽນເມື່ອໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ. ທ່ານ ຖືວ່ານີ້ແມ່ນພະຍານຫຼັກຖານອີກອັນໜຶ່ງກ່ຽວກັບບົດບາດນໍາພາຂອງຫວຽດນາມ ຢູ່ເວທີປາໄສພາກພື້ນ ແລະສາກົນ. 

ໂດຍ: ໄຊຊະນະ