ທີ່ພິທີຕ້ອນຮັບ, ທ່ານ ຫງວຽນດັງຮຸ່ງ ສະແດງຄວາມຂອບອົກຂອບໃຈຕໍ່ນໍ້າໃຈຊື່ສັດຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງອຸດົມໄຊ ທີ່ຍາມໃດກໍ່ສະຫງວນອາລົມຈິດອັນດີງາມໃຫ້ແກ່ປະຊາຊົນຫວຽດນາມ, ພ້ອມທັງຢັ້ງຢືນຈະສົ່ງຈໍານວນເງິນດັ່ງກ່າວກັບເມືອຫວຽດນາມໂດຍໄວ ເພື່ອສົ່ງເຖິງປະຊາຊົນຢູ່ບັນດາແຂວງພາກກາງຫວຽດນາມ.

leftcenterrightdel
ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບ ສະໜູນປະຊາຊົນຢູ່ພາກກາງຫວຽດນາມ ຖືກຜົນສະທ້ອນຍ້ອນໄພນໍ້າຖ້ວມ. ພາບ: nhandan.com.vn.

ສ່ວນທ່ານ ສົມຈິດ ປັນຍາສັກ ໃຫ້ຮູ້ວ່າ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເສດຖະກິດຍັງບໍ່ທັນພັດທະນາຄືບາງທ້ອງຖິ່ນອື່ນໆຢູ່ລາວກໍ່ຕາມ, ແຕ່ເມື່ອໄດ້ຮັບຂ່າວວ່າມີພາຍຸຫຼາຍລູກພັດເຂົ້າພາກກາງຫວຽດນາມ, ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການດໍາລົງຊີວິດຂອງປະຊາຊົນຢູ່ທີ່ນີ້, ອົງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນແຂວງອຸດົມໄຊ ໄດ້ປຸກລະດົມຂະບວນການ, ຮຽກຮ້ອງພະນັກງານ, ສະມາຊິກພັກ ແລະປະຊາຊົນລາວບັນດາເຜົ່າບໍລິຈາກເພື່ອສະໜັບສະໜູນປະຊາຊົນຢູ່ພາກກາງຫວຽດນາມ.

ທ່ານ ສົມຈິດ ປັນຍາສັກ ຢືນຢັນວ່າ, ເຖິງວ່າຈໍານວນເງິນດັ່ງກ່າວບໍ່ຫຼາຍກໍ່ຕາມ, ແຕ່ນັ້ນແມ່ນອາລົມຈິດ, ນໍ້າໃຈແບ່ງປັນຕໍ່ກັບປະຊາຊົນຢູ່ພາກກາງຫວຽດນາມ ເມື່ອປະສົບກັບຄວາມຫຍຸ້ງຍາກລໍາບາກ.

ໂດຍ: ທູຈາງ