ຜູ້ຕາງໜ້າຫ້ອງການການຄ້າຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ ຮອດໝົດເດືອນກັນຍາ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸເກືອບ 740 ລ້ານໂດລາສະຫະລັດ. ເຖິງວ່າມີການຫຼຸດລົງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍກໍຕາມແຕ່ລະດັບຄວາມໄວໄດ້ຊັກຊ້າລົງ ແລະມີທ່າອ່ຽງເພີ່ມຂຶ້ນໃນທ້າຍປີ. ໃນນັ້ນ, ວົງເງິນສົ່ງອອກຈາກຫວຽດນາມ ໄປຍັງລາວ ແມ່ນເກືອບ 423 ລ້ານໂດລາສະຫະລັດ, ນໍາເຂົ້າຈາກລາວແມ່ນ 316 ລ້ານກວ່າໂດລາສະຫະລັດ.

leftcenterrightdel
ຮາກຖານປຸງແຕ່ງກ້ວຍແຫ່ງໜຶ່ງຢູ່ ລາວ. ພາບ: vov.vn.

ການເຄື່ອນໄຫວສົ່ງອອກ-ນໍາເຂົ້າລະຫວ່າງສອງປະເທດກັບມາມີທ່າອ່ຽງເພີ່ມຂຶ້ນແມ່ນຍ້ອນມີບັນດາລະບຽບການຜ່ານດ່ານຢູ່ບາງດ່ານຊາຍແດນສາກົນ, ດ່ານທ້ອງຖິ່ນໄດ້ຮັບການຜ່ອນຜັນເພາະວ່າທັງສອງປະເທດລ້ວນແຕ່ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ໃນປີນີ້ສອງປະເທດກໍາລັງມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີກາຍ, ອາດຈະບັນລຸ 1 ຕື້ໂດລາສະຫະລັດ ຕາມແຜນການທີ່ວາງອອກ.

ລາວ ສົ່ງອອກໄປຍັງຫວຽດນາມສ່ວນຫຼາຍແມ່ນແຮ່ທາດ, ຜະລິດຕະພັນໄມ້ ແລະຜະລິດຕະພັນກະເສດ, ຄື: ຢາງພາລາ, ກາເຟ, ສາລີ,  ມັນຕົ້ນ, ເຂົ້າສານ, ສັດລ້ຽງ ແລະນໍາເຂົ້າຈາກຫວຽດນາມແມ່ນນໍ້າມັນແອັດຊັງ, ຝຸ່ນ, ເຫຼັກກ້າ, ເຄື່ອງຈັກ, ອຸປະກອນໄຟຟ້າ, ວັດສະດຸກໍ່ສ້າງ ແລະເຄື່ອງອາໄຫຼ່. ຫວຽດນາມ ຍັງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງລາວ  ແລະແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 3 ຢູ່ລາວ, ຖັດຈາກໄທ ແລະຈີນ.

ໂດຍ: ໄຊຊະນະ