ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ເຖິງວ່າຫວຽດນາມ ແລະລາວ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ໂດຍພື້ນຖານໃນໄລຍະຜ່ານມາ, ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19 ໃນທົ່ວໂລກ, ສອງປະເທດຕ້ອງຍົກສູງສະຕິລະວັງຕົວ ແລະສືບຕໍ່ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ຕັ້ງໜ້າຊຸກຍູ້ສາຍພົວພັນຮ່ວມມືດ້ານເສດຖະກິດເພື່ອກະກຽມໃຫ້ໄລຍະຫຼັງພະຍາດໂຄວິດ-19.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ມອບສັນຍາລັກຈໍານວນຜ້າອັດປາກ-ອັດດັງໃຫ້ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າບັນດາຄະນະຂອງສູນກາງພັກປະຊາຊົນປະຕິວັດລາວ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ພັກ, ລັດຖະບານ ແລະປະຊາຊົນລາວ ແລະຢັ້ງຢືນວ່ານີ້ແມ່ນຫຼັກຖານທີ່ພິສູດໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງສອງປະເທດລາວ ແລະຫວຽດນາມ ອ້າຍນ້ອງ. ທ່ານນາງ ສູນທອນ ໄຊຍະຈັກ ເນັ້ນໜັກວ່າຂອງຂວັນມີປະໂຫຍດນີ້ຈະປະກອບສ່ວນສໍາຄັນຊ່ວຍລາວ ສືບຕໍ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ທ່ານນາງໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ຈໍານວນຜ້າອັດປາກ-ອັດດັງດັ່ງກ່າວໃຫ້ຖືກຕ້ອງຕາມຈຸດປະສົງ ແລະບັນລຸໄດ້ປະສິດທິຜົນສູງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ