leftcenterrightdel
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນກ່ຽວກັບຄຸນນະພາບໂຄງການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ສອນໄຊ ສີພັນດອນ ໄດ້ຍ້ອງຍໍຈິດໃຈຮັບຜິດຊອບ ແລະສີມືແຮງງານສູງຂອງພະນັກງານ, ນັກຮົບພົນລະພາກຫຼວງ 11, ເຖິງວ່າພະຍາດໂຄວິດ-19 ກໍ່ຄວາມຫຍຸ້ງຍາກເຖິງການຮັບປະກັນຄວາມຄືບໜ້າໃນການກໍ່ສ້າງກໍ່ຕາມ, ແຕ່ຍັງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດວຽກງານດ້ວຍຄຸນນະພາບສູງ; ທ່ານສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຄືບໜ້າ ແລະຄຸນນະພາບການກໍ່ສ້າງຄືໃນປະຈຸບັນ, ໃນບໍ່ດົນນີ້, ປະຊາຊົນລາວ ຈະມີຫໍສະພາແຫ່ງຊາດທີ່ໃຫຍ່ໂຕສວຍງາມ, ທັນສະໄໝ, ມີສີສັນວັດທະນະທໍາລາວ, ສົມເປັນສັນຍາລັກໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ. ທ່ານ ສອນໄຊ ສີພັນດອນ ໃຫ້ຄໍາໝັ້ນສັນຍາວ່າ ຈະສະເໜີຕໍ່ລັດຖະບານ ແລະຊີ້ນໍາບັນດາຄະນະ, ຂະແໜງການຂອງລາວ ແກ້ໄຂບັນດາຂໍ້ສະເໜີແນະຂອງນັກປະມູນໂດຍໄວ ເພື່ອໃຫ້ກິດຈະກໍາສາມາດສໍາເລັດຖືກຕ້ອງຕາມຄວາມຄືບໜ້າ ແລະແຜນການທີ່ໄດ້ວາງອອກ.

leftcenterrightdel
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກວດກາຄຸນນະພາບໂຄງການ. ພາບ: ສໍານັກຂ່າວສານຫວຽດນາມ.

ກິດຈະກໍາຫໍສະພາແຫ່ງຊາດລາວ ມີມູນຄ່າກວ່າ 100 ລ້ານໂດລາສະຫະລັດ, ດ້ວຍ 5 ຊັ້ນ ແລະ1 ຊັ້ນໃຕ້ດິນທີ່ສາມາດບັນຈຸໄດ້ແຕ່ 800-1.000 ຄົນ. ນີ້ແມ່ນກິດຈະກໍາສັນຍາລັກໃຫ້ແກ່ການພົວພັນລາວ-ຫວຽດນາມ ທັງເປັນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.

ໂດຍ: ເຈິ່ນຮວ່ຽນ