ທີ່ພິທີ, ບັນດາຜູ້ແທນ, ພໍ່ແມ່ປະຊາຊົນພຸດທະສາສະນິກະຊົນ ໄດ້ຖະຫວາຍດອກໄມ້, ທູບທຽນ ແລະພາວະນາຂໍໃຫ້ດວງວິນຍານຂອງພະນັກງານ, ນັກຮົບ ແລະພໍ່ແມ່ປະຊາຊົນຢູ່ພາກກາງທີ່ໄດ້ເສຍຊີວິດໃນສອງອາທິດຜ່ານມາໄປສູ່ສຸຂະຕິ, ພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມສະຫງົບສຸກ,  ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ໄພທໍາມະຊາດຜ່ານພົ້ນໄປໂດຍໄວ.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ  ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ແລະພັນລະຍາ ພ້ອມດ້ວຍບັນດາຜູ້ແທນບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ໃນເຂດນໍ້າຖ້ວມ. ພາບ: nhandan.com.vn.

ທ່ານນາງ ຫງວຽນທິຮວາ, ຊາວຫວຽດນາມ ອາໄສຢູ່ລາວ ແບ່ງປັນວ່າ “ເມື່ອຄິດເຖິງປະຊາຊົນຢູ່ພາກກາງທີ່ຖືກນໍ້າຖ້ວມນັ້ນ, ພໍ່ແມ່ປະຊາຊົນພຸດທະສາສະນິກະຊົນ ມີຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງພະນັກງານ, ນັກຮົບ, ພວກເຮົາໄດ້ສະໝັກໃຈບໍລິຈາກ, ແບ່ງປັນຄວາມເສຍຫາຍນຳປະຊາຊົນ, ພາວະນາຂໍໃຫ້ພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ ແລະມີການດໍາລົງຊີວິດເປັນປົກກະຕິໂດຍໄວ”

leftcenterrightdel
ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາກກາງ. ພາບ: nhandan.com.vn.

ພາຍຫຼັງພິທີສູດສັກອະນິດຈາ, ບັນດາຜູ້ແທນ ແລະພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ວຽງຈັນ ໄດ້ບໍລິຈາກເງິນຈໍານວນ 200 ລ້ານກີບ ພ້ອມກັບວັດຖຸສິ່ງຂອງທີ່ຈໍາເປັນຈຳນວນໜຶ່ງເພື່ອຊ່ວຍປະຊາຊົນຢູ່ໃນເຂດນໍ້າຖ້ວມ.

ໂດຍ: ທູຈາງ