ຂອງຂວັນດັ່ງກ່າວລວມມີ: ເຂົ້າສານ, ໝີ່ສຳເລັດຮູບ, ອາຫານແຫ້ງ, ນໍ້າດື່ມ, ນ້ຳຢາລ້າງມືຂ້າເຊື້ອ, ຜ້າອັດປາກ-ອັດດັງ... ດ້ວຍຈໍານວນເງິນທັງໝົດແມ່ນ 8 ລ້ານດົ່ງ.

leftcenterrightdel
ຜູ້ຕາງໜ້າຄ້າຍທະຫານຊາຍແດນນາລອຍ ມອບຂອງຂວັນໃຫ້ແກ່ຜູ້ຕາງໜ້າກອງຮ້ອຍຊາຍແດນ 223. ພາບ: www.bienphong.com.vn.

ທີ່ລາຍການມອບຂອງຂວັນ, ຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນສະພາບການກ່ຽວກັບວຽກງານປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ; ການປ້ອງກັນ, ຕ້ານພະຍາດໂຄວິດ-19. ສອງຝ່າຍເຫັນດີເປັນເອກະພາບນໍາກັນແລກປ່ຽນຂໍ້ມູນຂ່າວສານ, ຕິດຕໍ່, ກໍາແໜ້ນສະພາບການທີ່ກ່ຽວຂ້ອງ, ເພີ່ມທະວີການເຄື່ອນໄຫວລາດຕະເວນ, ຄວບຄຸມສອງຟາກຊາຍແດນ, ສົມທົບກັນຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ປະກອບສ່ວນຍົກສູງປະສິດທິຜົນໃນວຽກງານປ້ອງກັນຕ້ານພະຍາດໂຄວິດ-19, ປ້ອງກັນຄວາມສະຫງົບສຸກຢູ່ເຂດຊາຍແດນຫວຽດນາມ-ລາວ.

ໃນໂອກາດນີ້, ການນໍາຕາແສງນາລອຍ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ດ່ານສະກັດກັ້ນພະຍາດໂຄວິດ-19 ທີ່ຂຶ້ນກັບຄ້າຍທະຫານຊາຍແດນນາລອຍ.

ໂດຍ: ທູຈາງ