ສິ້ນສຸດ 6 ເດືອນຕົ້ນປີ 2020 ດ້ວຍລາຍຮັບການເງິນບັນລຸ 101% ເມື່ອທຽບ ໃສ່ກັບແຜນການ,  Unitel ສືບຕໍ່ແມ່ນບໍລິສັດໂທລະຄົມ ອັນດັບ 1 ຢູ່ ລາວ, ກວມເອົາ 57% ອັດຕາສ່ວນຕະຫຼາດ.

ກະຊວງວິທະຍາສາດ ແລະເຕັກໂນໂລຢີ ລາວ ໄດ້ຄັດເລືອກ Unitel ເພື່ອໃຫ້ ຄໍາປຶກສາກ່ຽວກັບການກໍ່ສ້າງບັນດາໂຄງການລັດຖະບານເອກເລັກໂຕນິກ, ການແພດສະຫຼາດ... ບັນດາຂໍ້ຕົກລົງຮ່ວມມືນີ້ນອນໃນຂອບຍຸດທະສາດຫັນປ່ຽນ ດີຈີຕອນແຫ່ງຊາດຂອງ ລາວ  ໂດຍກະຊວງວິທະຍາສາດ ແລະເຕັກໂນໂລຢີ ເປັນປະທານ.

leftcenterrightdel
Viettel ແມ່ນຫົວໜ່ວຍໜຶ່ງດຽວທີ່ກໍາລັງພັດທະນາບໍລິການ Mobile Money ຢູ່ ລາວ.  ພາບ:  vietnamfinance.vn

ຄຽງຂ້າງນັ້ນ, Unitel ໄດ້ມອບໂຄງການຄຸ້ມຄອງສໍາມະໂນຄົວໃຫ້ກະຊວງພາຍ ໃນລາວ. ຍ້ອນມີໂຄງການນີ້, ຂໍ້ມູນພົນລະເມືອງທັງໝົດໄດ້ອັບເດດເຂົ້າລະບົບ ຊ້ອບແວ, ຍົກສູງກໍາລັງຄວາມສາມາດຄຸ້ມຄອງຂໍ້ມູນກ່ຽວກັບພົນລະເມືອງ, ຊ່ວຍຫຼຸດຜ່ອນບັນດາລະບຽບການບໍລິຫານ. ນີ້ເປັນຄັ້ງທໍາອິດ ທີ່ ສປປ ລາວ ຜັນຂະຫຍາຍການຄຸ້ມຄອງສໍາມະໂນຄົວເອເລັກໂຕນິກ ແທນໃຫ້ການຄຸ້ມຄອງ ປື້ມສໍາມະໂນຄົວ ຄືໃນເມື່ອກ່ອນ.

ໃນຂົງເຂດການບໍລິການຊໍາລະດີຈີຕອນ, Unitel ແມ່ນຫົວໜ່ວຍທໍາອິດ  ທີ່ ທະນາຄານແຫ່ງ ສປປ ລາວ ອອກໃບອະນຸຍາດໃຫ້ຜັນຂະຫຍາຍ Mobile Money ຢ່າງເປັນທາງການ ແລະກໍແມ່ນຫົວໜ່ວຍໜຶ່ງດ່ຽວທີ່ກໍາລັງພັດທະນາບໍລິ ການນີ້ຢູ່ ລາວ, ນໍາເອົາມາດຕະການກ່ຽວກັບການທຸລະກໍາແບບໃໝ່ທີ່ປອດໄພ ແລະວ່ອງໄວໃຫ້ແກ່ພົນລະເມືອງລາວກວ່າ 6 ລ້ານຄົນ. ນີ້ແມ່ນຂົງເຂດທີ່ໄດ້ ຮັບການຄາດຄະເນວ່າ ຈະສ້າງລາຍຮັບປະມານ 30-50% ລາຍຮັບໂທລະຄົມ ຂອງ Unitel ໃນອະນາຄົດ.

ໂດຍ: ໄຊຊະນະ