ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ສົ່ງອອກສິນຄ້າໄປຍັງລາວ, ວັນທີ 4 ກັນຍາ, ທ່ານນາງ ເລທິເຟືອງຮວາ ທູດການຄ້າ ສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ອົງການການຄ້າຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ບັນດາວິສາຫະກິດຫວຽດນາມ ທີ່ຢາກນໍາສິນຄ້າໄປຍັງລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ບັນດາວິສາຫະກິດຢູ່ລາວ ທີ່ມີຄວາມຕ້ອງການ; ພ້ອມທັງພ້ອມກັບວິສາຫະກິດແກ້ໄຂບັນດາຄວາມຫຍຸ້ງຍາກໃນການຂົນສົ່ງສິນຄ້າລະຫວ່າງສອງປະເທດ.

leftcenterrightdel
ດ່ານສາກົນລາວບ໋າວ. ພາບ: ສໍານັກຂ່າວສານຫວຽດນາມ.

ອົງການການຄ້າຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະການຄ້າລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະການຄ້າ, ຫ້ອງການອຸດສາຫະກຳ ແລະການຄ້າບັນດາແຂວງຂອງລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.

ໂດຍ: ດັ້ງເກື່ອງ