leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ຕາມຂໍ້ຕົກລົງແລ້ວ, ໂຄງການໄຟຟ້າແສງຕາເວັນຢູ່ເມືອງລະມາມ, ແຂວງເຊກອງ ຈະໄດ້ຜັນຂະຫຍາຍໃນເນື້ອທີ່ກວ່າ 720 ເຮັກຕາ, ເຊິ່ງມີກໍາລັງຕິດຕັ້ງ 500MW ແລະປະລິມານການຜະລິດໄຟຟ້າແມ່ນ 739 GWh/ປີ. ຍອດມູນຄ່າລົງທຶນຂອງໂຄງການແມ່ນ 332,3 ລ້ານໂດລາສະຫະລັດ.

ສ່ວນໂຄງການທີ່ເມືອງໂຂງ ແລະເມືອງປະທຸມພອນ ຢູ່ແຂວງຈໍາປາສັກ ມີເນື້ອທີ່ 93,1 ເຮັກຕາ, ມີກໍາລັງຕິດຕັ້ງ 80MW ແລະປະລິມານການຜະລິດໄຟຟ້າຄາດຄະເນວ່າຈະບັນລຸ 123 GWh/ປີ. ຍອດມູນຄ່າລົງທຶນຂອງໂຄງການແມ່ນປະມານ 57,3 ລ້ານໂດລາສະຫະລັດ.

ຕາມການຄາດຄະເນ, ສອງໂຄງການດັ່ງກ່າວຈະສະໜອງປະລິມານການຜະລິດໄຟຟ້າໃຫ້ແກ່ຄວາມຕ້ອງການພາຍໃນປະເທດ 10%  ແລະສ່ວນທີ່ຍັງເຫຼືອ 90% ຈະໄດ້ສົ່ງອອກໄປຍັງປະເທດຕ່າງໆຄື ຫວຽດນາມ, ມຽນມາ.

ໂດຍ: ທູຈາງ