leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານໂຮມຊຸມນຸມ. ພາບ: nhandan.com.vn.

ກ່າວປາໄສທີ່ງານໂຮມຊຸມນຸມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ,  ຈິງໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ສະຫງວນການສະໜັບສະໜູນຢ່າງສຸດຈິດສຸດໃຈ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະມີປະສິດທິຜົນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກ ຮັກສາ, ສ້າງສາ ແລະພັດທະນາປະເທດຊາດຂອງປະຊາຊົນລາວໃນປັດຈຸບັນ. ທ່ານນາງ ປານີ ຢາທໍ່ຕູ້ ໄດ້ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ສືບຕໍ່ຍາດໄດ້ບັນດາໝາກຜົນໃໝ່, ຍິ່ງໃຫຍ່ກວ່າອີກໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ນໍາປະເທດຫວຽດນາມ ກ້າວເຂົ້າສູ່ໄລຍະຫັນປະເທດຊາດເປັນປະເທດອຸດສາຫະກໍາ ຕາມທິດທັນສະໄໝ, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

leftcenterrightdel
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ກ່າວປາໄສທີ່ງານໂຮມຊຸມນຸມ. ພາບ: nhandan.com.vn.
leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ກ່າວປາໄສທີ່ງານໂຮມຊຸມນຸມ. ພາບ: nhandan.com.vn.

ສ່ວນທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຊີ້ແຈ້ງຄວາມໝາຍປະຫວັດສາດຂອງວັນຊາດຫວຽດນາມ; ຫວນຄືນຊຸມວັນເດືອນອັນອົງອາດກ້າຫານທີ່ສຸດໃນປະຫວັດສາດແຫ່ງການປະຕິວັດຫວຽດນາມ ໃນຕະຫຼອດ 75 ປີຜ່ານມາ ນັບແຕ່ເມື່ອສ້າງຕັ້ງປະເທດ. ທ່ານ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດແກ່ສາຍພົວພັນແບບພິເສດກັບປະເທດລາວອ້າຍນ້ອງ. ທະຫານ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໄດ້ເພິ່ງພາອາໄສກັນນັບແຕ່ຊຸມວັນທຳອິດຂອງການປະຕິວັດ, ຮ່ວມແນວຫຼັງຍຸດທະສາດ, ຮ່ວມຂຸມຄອງຕ້ານສັດຕູລວມເພື່ອຍາດເອົາເອກະລາດແຫ່ງຊາດ. ເມື່ອກ້າວເຂົ້າສູ່ໄລຍະສັນຕິພາບ, ປະຊາຊົນສອງປະເທດ ຫວຽດນາມ-ລາວ ສືບຕໍ່ຮ່ວມເດີນທາງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ສືບຕໍ່ເພີ່ມພູນຄູນສ້າງເພື່ອໃຫ້ສາຍພົວພັນແບບພິເສດຫວຽດນາມ-ລາວ ສົມເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ.

ໂດຍ: ທູຈາງ