leftcenterrightdel
ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ, ປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ມອບດອກໄມ້ອວຍພອນ 75 ປີແຫ່ງວັນຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ນະທີ່ນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງບັນດາຜົນງານເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະ 75 ປີຜ່ານມາແມ່ນໃຫຍ່ຫຼວງທີ່ສຸດ, ທ່ານຢັ້ງຢືນວ່າເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍ່ຕາມແຕ່ສາຍພົວພັນອັນຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ ສືບຕໍ່ພັດທະນາອັນດີງາມ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ; ທ່ານໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດລາວ ແລະຫວຽດນາມ.

ໃນວັນດຽວກັນ, ມີຫຼາຍຄະນະທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການຂອງພັກ, ລັດຖະບານລາວ ໄດ້ມາອວຍພອນ 75 ປີແຫ່ງວັນຊາດຫວຽດນາມ ຢູ່ສະຖານທູດຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ