leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ທີ່ມີຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງສອງປະເທດ, ພ້ອມທັງແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນມີວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຂອງແຕ່ລະພັກ; ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະໃນໂລກ, ໃນນັ້ນມີສະພາບການຢູ່ທະເລຕາເວັນອອກ ແລະບາງບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນໃນຫວ່າງມໍ່ໆມານີ້ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ແລກປ່ຽນມາດຕະການລະອຽດເພື່ອຍົກສູງປະສິດທິຜົນຂອງສາຍພົວພັນການຮ່ວມມືຫວຽດນາມ-ລາວ... ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ຢັ້ງຢືນວ່າ ຈະສືບຕໍ່ຮັກສາ ແລະແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢ່າງແທດຈິງ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາບັນຫາສາກົນ ແລະພາກພື້ນ.

ໂດຍ: ທູຈາງ