leftcenterrightdel
ຍ້ອນອາຍຸສູງສຸຂະພາບອ່ອນເພຍ, ຄອບຄົວໄດ້ຕາງໜ້າພໍ່ເຖົ້າ ເຈິ່ນວັນມີ່ ຮັບຂໍ້ຕົກລົງ ແລະຫຼຽນກາອາຍຸພັກ 70 ປີ. ພາບ: vov.vn.

ໂດຍໄດ້ຮັບການມອບສິດຈາກຄະນະພັກກຸ່ມບັນດາອົງການສູນກາງ, ທ່ານ ເລຍໍແທ້ງ ຮອງເລຂາຄະນະພັກຢູ່ລາວ ໄດ້ໄປຍັງເຮືອນສ່ວນຕົວ ແລະມອບຂໍ້ຕົກລົງ ແລະປະດັບຫຼຽນກາອາຍຸພັກ 70 ປີໃຫ້ແກ່ພໍ່ເຖົ້າ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ພໍ່ເຖົ້າ ເຈິ່ນວັນມີ່ ເກີດວັນທີ 7 ກໍລະກົດ 1930 ຢູ່ຕາແສງກວາງລຽນ, ເມືອງກວາງແຈກ, ແຂວງກວາງບິ່ງ, ຫວຽດນາມ, ເຂົ້າເປັນສະມາຊິກພັກກອມມູນິດຫວຽດນາມ ໃນວັນທີ 6 ມັງກອນ 1950 ໃນໄລຍະປະຕິບັດໜ້າທີ່ສາກົນຕໍ່ສູ້ຢູ່ສະໜາມຮົບລາວ.  70 ປີແຫ່ງເປັນສະມາຊິກພັກ, ເຖິງວ່າອາໄສຢູ່ໄກປະເທດ ແຕ່ພໍ່ເຖົ້າ ຍາມໃດກໍ່ຮັກສາຄຸນສົມບັດປະຕິວັດ, ຢຶດໝັ້ນເປົ້າໝາຍອຸດົມຄະຕິ, ອຸທິດຕະຫຼອດຊີວິດໃຫ້ແກ່ພັກ, ພາລະກິດປະຕິວັດອັນສະຫງ່າລາສີຂອງສອງປະເທດ, ປະຕິບັດນະໂຍບາຍກົດໝາຍຂອງລັດປະຈຳຖິ່ນເປັນຢ່າງດີ, ປະກອບສ່ວນຮັກສາ, ເພີ່ມພູມຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ.

ນີ້ກໍ່ແມ່ນກໍລະນີທໍາອິດທີ່ຊາວຫວຽດນາມ ອາໄສຢູ່ລາວ  ເປັນກຽດໄດ້ຮັບຫຼຽນກາອາຍຸພັກ 70 ປີ ຢູ່ລາວ .

ໂດຍ: ຈາງຫງວຽນ