leftcenterrightdel
ພິທີເຊັນສັນຍາອຸປະຖໍາໂຄງການກໍ່ສ້າງສູນປ້ອງກັນ, ຕ້ານ ແລະປິ່ນປົວພະຍາດໄຂ້ຍຸງຂອງແຂວງຝູ້ທໍ້ໃຫ້ແຂວງຫຼວງນໍ້າທາ. ພາບ: VOV.

ທີ່ແຂວງຫຼວງນໍ້າທາ, ທ່ານ ຫງວຽນດັງຮຸ່ງ ແລະທ່ານ ເພັດຖາວອນ ພິລາວັນ, ເລຂາພັກແຂວງ, ເຈົ້າແຂວງຫຼວງນໍ້າທາ ໄດ້ເປັນສັກຄີພິຍານພິທີເຊັນສັນຍາອຸປະຖໍາໂຄງການກໍ່ສ້າງສູນປ້ອງກັນ, ຕ້ານ ແລະປິ່ນປົວພະຍາດໄຂ້ຍຸງ, ດ້ວຍມູນຄ່າເກືອບ 434.000 ໂດລາສະຫະລັດ ຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງແຂວງຝູ໊ທໍ້.

ໃນການເຮັດວຽກຕ່າງໆ, ທ່ານ ຫງວຽນດັງຮຸ່ງ ແລະທ່ານເລຂາພັກແຂວງ, ເຈົ້າແຂວງ 3 ແຂວງຫຼວງນໍ້າທາ, ອຸດົມໄຊ ແລະບໍ່ແກ້ວ ໄດ້ແລກປ່ຽນບາງບັນຫາເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາແຂວງຂອງຫວຽດນາມ ກັບບັນດາທ້ອງຖິ່ນແຮກສ່ຽວຂອງລາວ, ປຶກສາມາດຕະການຊຸກຍູ້, ສົ່ງເສີມວິສາຫະກິດຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາແຂວງພາກເໜືອລາວ ແລະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ແລະຊາວຫວຽດນາມ ອາໄສຢູ່ບັນດາທ້ອງຖິ່ນຂອງລາວໄດ້ດໍາເນີນທຸລະກິດ ແລະມີການດໍາລົງຊີວິດສະດວກສະບາຍ.

ໂດຍ: ເກື່ອງດັ້ງ