leftcenterrightdel
ນັກສຶກສາລາວແຈ້ງອາການສຸຂະພາບ. ພາບ: ແອັງແບກ.

ນີ້ແມ່ນບັນດານັກສຶກສາລາວພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຢູ່ຫວຽດນາມ ທີ່ໄດ້ກັບເມືອປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ມາຮອດປະຈຸບັນກັບຄືນມາໂຮງຮຽນ. ນັກສຶກສາທັງໝົດລ້ວນແຕ່ໄດ້ຮັບການກວດສຸຂະພາບ, ເຮັດລະບຽບການແຈ້ງອາການສຸຂະພາບຢູ່ດ່ານຊາຍແດນ.

ເຖິງວ່າຈໍານວນຄົນເຂົ້າເມືອງເປັນຈໍານວນຫຼວງຫຼາຍ, ແຕ່ບັນດາກໍາລັງຢູ່ດ່ານຊາຍແດນໄດ້ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດການກວດສຸຂະພາບ, ຂ້າເຊື້ອພະຍາດ ແລະຈັດລົດຮັບສົ່ງນັກສຶກສາໄປຍັງບ່ອນແຍກປ່ຽວຂອງແຂວງໂດຍໄວ.

ໂດຍ: ເກື່ອງດັ້ງ